ປະທານາທິບໍດີລັດເຊຍ ຢ້ຽມຢາມອິນເດຍ ຢ່າງເປັນທາງການ
(ທ່ານປະທານາທິບໍດີ Vladimir Putin ແລະ
ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi)
(vovworld) – ຕອນເຊົ້າວັນທີ 11/12, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ໄປເຖິງອິນເດຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງປະເທດອາຊີໃຕ້ ນີ້. ໃນວັນທີ 11/12, ທ່ານປະທານາທິບໍດີ Putin ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ແລະ ທ່ານປະທານາທິບໍດີ Pranab Mukherjee ກໍ່ຄືພົບປະກັບບັນດາຜູ້ຕາງໜ້າວົງການດຳເນີນທຸລະກິດ.
ການພົບປະຂັ້ນສູງລະຫວ່າງທ່ານປະທານາທິບໍດີ Putin ແລະ ທ່ານນາຍົກລັດຖະມົນຕີ Modi ຈະສຸມໃສ່ປຶກສາຫາລືເລື່ອງເປີດກວ້າງການພົວພັນຮ່ວມມືກັບອິນເດຍ ໃນບັນດາຂົງເຂດຄື: ພະລັງງານນິວເຄຼຍພົນລະເມືອງ, ນ້ຳມັນອາຍແກດ, ການປ້ອງກັນຊາດ, ກໍ່ຄືຊຸກຍູ້ບັນດາຂໍ້ຕົກລົງດ້ານການຄ້າກ່ຽວກັບເພັດ. ຄາດວ່າ, ທີ່ບັນດາການເຈລະຈາ 2 ຝ່າຍກັບການນຳປະເທດອິນເດຍ, ທ່ານປະທານາທິບໍດີ Putin ສາມາດຊອກຫາວິທີຮູ້ແຮງການຮ່ວມມືດ້ານເສດຖະກິດກັບອິນເດຍ ເພື່ອແນໃສ່ສະກັດກັ້ນຜົນສະທ້ອນຈາກບັນດາມາດຕະການລົງໂທດເຊິ່ງອາເມລິກາ ແລະ ຝ່າຍຕາເວັນຕົກ ຈັດວາງສຳລັບລັດເຊຍ ທີ່ກ່ຽວຂ້ອງເຖິງບັນຫາຢູແກຼນ. ຄາດວ່າ, ພາຍຫຼັງການພົບປະຂັ້ນສູງ, 2 ຝ່າຍຈະລົງນາມໃນຂໍ້ຕົກລົງຮ່ວມມື 15 – 20 ສະບັບ.