ປະທານາທິບໍດີລັດເຊຍ ອ່ານສານພິເສດກ່ຽວກັບ ເລື່ອງໂອນ ກ.ຣືມ ເຂົ້າສະຫະພັນລັດເຊຍ

ປະທານາທິບໍດີລັດເຊຍ ອ່ານສານພິເສດກ່ຽວກັບ ເລື່ອງໂອນ ກ.ຣືມ ເຂົ້າສະຫະພັນລັດເຊຍ - ảnh 1
ທ່ານ​ປະທານາທິບໍດີ Vladimir Putin
(ພາບ: dantri.com.vn)


(vovworld) - ສານ​ພິ​ເສດຂອງ​ທ່ານ​ປະທານາທິບໍດີ Vladimir Putin ​ທີ່​ອ່ານ​ຢູ່​ວັງ Kremli ​​​ເມື່ອ​ວັນ​ທີ 18/03, ຢືນຢັນ​ວ່າ ການ​ເອົາ​ປະຊາ​ມະຕິ​ກ່ຽວ​ກັບ​​ເລື່ອງໂອນ​ ກ.ຣືມ ເຂົ້າ​ລັດ​ເຊຍ ​ແມ່ນ​ຖືກ​ຕາມຫຼັກການ​ປະຊາທິປະ​ໄຕຢ່າງ​ສິ້ນ​ເຊິ່ງ. ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ໃນ​ແຫຼມ ກ.ຣືມ ຈະ​ໃຊ້ 3 ​ພາສາພ້ອມ​ກັນຄື: ລັດ​ເຊຍ, ອູ​ແກຼມ ​ແລະ Tarta.

  ​ເພື່ຶອຢັ້ງຢືນ​ລັກສະນະ​ຖືກ​ຕ້ອງຕາມ​ກົດໝາຍ​ຂອງ​ຄຳ​ຖະ​ແຫຼ​ງປະກາດ​ເອກະລາດ​ຂອງ​ກ.ຣືມ, ທ່ານ​ປະທານາທິບໍດີ​ລັດ​ເຊຍ ​ໄດ້​ຄັດ​ສະ​ເໜີ​ບັນດາ​ກົດໝາຍ​ສາກົນ ​ເຊິ່ງ​ໃນ​ນັ້ນ​ບໍ່​ກຳນົດ​ຫ້າມ​ສິດ​ຖະ​ແຫຼ​ງປະກາດ​ເອກະລາດ.

     ໃນ​ເຫດການ​ທີ່​ກ່ຽວ​ຂ້ອງ, ວັນ​ທີ 18/03, ພາຍຫຼັງ​ການ​ນຳກຸ່​ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (ຈີ 8) ຖະ​ແຫຼ​ງຢຸດຕິ​ຖານະເປັນ​ສະມາຊິກ​ຂອງ​ລັດ​ເຊຍ ​ໂດຍ​ຊົ່ວຄາວ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງ​ກິດ William Hague ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ໄດ້​ຢຸດຕິ​ການ​​ເຄື່ອນ​ໄຫວດ້ານ​ການ​ທະຫານທັງ​ໝົດ​ກັບ​ລັດ​ເຊຍ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຮຽກຮ້ອງ ຈີ 7 ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ສັບປະດາ​ໜ້າ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ລັດ​ເຊຍ. ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ຢືນຢັນ​ວ່າ ​ເລື່ອງ​ມົດສກູ ​ໂອນ ​ກ.ຣືມ ເຂົ້າຜືນແຜນ​ດິນລັດ​ເຊຍ ​ແມ່ນ​ການ​ກະທຳ​ລະ​ເມີດ​ກົດໝາຍ, ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຝລັ່ງ Francois Hollande ຢືນຢັນ​ວ່າ ປາຣີ ບໍ່​ຮັບຮອງ​ສິ່ງ​ດັ່ງກ່າວ.

        ​ໂດຍ​ຕອບ​ຄືນ​ບັນດາ​ຄຳ​ຕຳ​ນິຕິ​ຕຽນ​ດັ່ງກ່າວ, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ຖະ​ແຫຼ​ງວ່າ ບັນດາ​ກົນ​ອຸບາຍ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ນາບ​ຂູ່ຈະ​ລົງ​ໂທດ​ລັດ​ເຊຍ ​ເຊິ່ງກ່ຽວຂ້ອງ​ເຖິງ​ເລື່ອງປະ​ເທດ​ນີ້​ລົງ​ນາມ​ໃນ​ສັນຍາ​ໂອນ ​ກ.ຣືມ ​ເຂົ້າລັດ​ເຊຍ ນັ້ນຈະ​​ຖືກຖື​ວ່າ​ແມ່ນ​ກະທຳການ​​ເກາະ​ຜິດ ​ແລະ ວັງ Kremli ຈະ​ໂຕ້​ຕອບຄືນ.

ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້, ວັນ​ທີ 18/3, ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ ​ແລະ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ​Obama ມີ​ການ​ໂອ້​ລົມ​ທາງ​​ໂທລະສັບ ​​ໂດຍເຫັນ​ດີ​ວ່າ​ບັນດາ​ມາດ​ຕະການ​ລົງ​ໂທ​ດ​ເຊິ່ງສະຫະພາບ ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ ຍົກ​ອອກ​ມາ​ສຳລັບ​ເຈົ້າ​ໜ້າ​ທີ່ ລັດ​ເຊຍ ບາງ​ທ່ານ​ແມ່ນ​ເໝາະ​ສົມ.

ຂ່າວ/ບົດ​ອື່ນ