ປະທານາທິບໍດີລັດເຊຍ ເປັນປະທານການ ປະຊຸມຂ່າວປະຈຳປີ ຢູ່ມົດສະກູ
ປະທານາທິບໍດີລັດເຊຍເປັນປະທານການປະຊຸມຂ່າວປະຈຳປີຢູ່ມົດສະກູ
(ພາບ: baomoi.com)
(vovworld) – ວັນທີ 19/12, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຈັດການປະຊຸມຂ່າວປະຈຳປີ ຢູ່ນະຄອນຫຼວງ ມົດສະກູ ດ້ວຍການເຂົ້າຮ່ວມຂອງນັກຂ່າວທັງຢູ່ພາຍໃນ ແລະ ຕ່າງປະເທດ 1.300 ຄົນ. ໃນການປະຊຸມຂ່າວຂະໜາດໃຫຍ່ປະຈຳປີຄັ້ງທີ 9 ນີ້, ທ່ານປະທານາທິບໍດີ Putin ໄດ້ຕອບຫຼາຍຄຳຖາມຂອງນັກຂ່າວ ທີ່ກ່ຽວຂ້ອງເຖິງຫຼາຍບັນຫາສຳຄັນ ແລະ ຮີບດ່ວນຂອງລັດເຊຍ ແລະ ສາກົນ.
ກ່ຽວກັບການພົວພັນກັບ ຢູແກຼນ, ທ່ານປະທານາທິບໍດີ Putin ຢັ້ງຢືນໄດ້ຕົກລົງລົງທຶນ 15 ຕື້ USD ເຂົ້າພັນທະບັດລັດຖະບານ ຢູແກຼນ ແລະ ຫລຸດຜ່ອນລາຄາອາຍແກດທີ່ຂາຍໃຫ້ປະເທດນີ້, ນີ້ແມ່ນຄວາມມຸ່ງມາດປາດຖະໜາຂອງ ລັດເຊຍ ທີ່ຢາກຊ່ວຍເຫຼືອປະເທດອ້າຍນ້ອງທີ່ພວມປະສົບກັບຄວາມຫຍຸ້ງຍາກ.
ທີ່ການປະຊຸມຂ່າວດັ່ງກ່າວ, ເພື່ອສ້າງຄວາມອຸ່ນອ່ຽງໃຫ້ຝ່າຍຕາເວັນຕົກ ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ ລັດເຊຍ ບໍ່ທັນຮັບຮອງເອົາຂໍ້ຕົກລົງຜັນຂະຫຍາຍລູກສອນໄຟຍຸດທະວິທີ Iskander – M ຢູ່ແຂວງ Kaliningrad, ເຂດຕິດກັບບັນດາປະເທດສະມາຊິກຂອງ NATO. ເມື່ອເຕື້ອງເຖິງບັນຫາສາກົນອື່ນໆ, ທ່ານ Putin ຖືວ່າ: ລັດເຊຍ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການແກ້ໄຂຫຼາຍບັນຫາສາກົນທີ່ເຄັ່ງຮ້ອນ ແລະ ແກ່ຍາວ, ໃນນັ້ນມີວິກິດການຢູ່ ຊີຣີ ແລະ ໂຄງການນິເຄຼຍທີ່ກໍ່ຄວາມຖົກກຽງກັນຂອງ ອີຣານ.
ເມື່ອຕີລາຄາການເຄື່ອນໄຫວຂອງລັດຖະບານໂດຍທ່ານນາຍົກລັດຖະມົນຕີ Dmitry Medvedev ນຳໜ້າ, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: ປະຈຸບັນ, ລັດຖະບານ ລັດເຊຍ ໄດ້ເຄື່ອນໄຫວຢ່າງປະສິດທິຜົນ, ບໍ່ຕ້ອງປ່ຽນແປງບຸກຄະລາກອນໃນລັດຖະບານ.