ປະທານາທິບໍດີສ.ອາຍແລນແລະພັນລະຍາເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ
ທ່ານປະທານາທິບໍດີສ.ອາຍແລນ, Olafur Ragnar
(ພາບປະກອບ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານປະທານາທິບໍດີສ.ອາຍແລນ, Olafur Ragnar ແລະ ພັນລະຍາເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມແຕ່ວັນທີ 03 – 06/11. ການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຂອງທ່ານປະທານາທິບໍດີ Olafur Ragnar ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມື, ຂຸດຄົ້ນບັນດາທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງຫວຽດນາມ ແລະ ອາຍແລນ ໃນທຸກຂົງເຂດຄື: ເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ… ຄຽງຂ້າງນັ້ນ, ການຢ້ຽມຢາມຍັງສ້າງເງື່ອນໄຂໃຫ້ວິສາຫະກິດ 2 ຝ່າຍຊອກຮູ້ ແລະ ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ; ຊຸກຍູ້ສິ້ນສຸດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ກຸ່ມການຄ້າເສລີເອີລົບ (EFTA) ພ້ອມທັງແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.