ປະທານາທິບໍດີອິນເດຍ ສິ້ນສຸດການຢ້ຽມຢາມ ຫວຽດນາມຢ່າງຈົບງາມ
ທ່ານເລແທງຫາຍ, ເລຂາຄະນະພັກນະຄອນໂຮ່ຈິມິນ
ຕ້ອນຮັບທ່ານປະທານາທິບໍດີສ.ອິນເດຍ Pranab Mukherjee
(ພາບ: dantri.com.vn)
(vovworld) – ຕອນບ່າຍວັນທີ 17/9, ປະທານາທິບໍດີອິເດຍ Pranab Mukherjee ໄດ້ເດີນທາງອອກຈາກນະຄອນໂຮ່ຈິມິນ, ສິ້ນສຸດການຢ້ຽມຢາມຫວຽດນາມ ທາງລັດຖະກິດແຕ່ວັນທີ 14-17/9/2014 ຕາມຄຳເຊີນຂອງທ່ານປະທານປະເທດເຈືອງເຕິນຊາງ ຢ່າງຈົບງາມ. ໃນຂອບເຂດການຢ້ຽມຢາມ, ຂອງທ່ານປະທານປະເທດເຈືອງເຕິນຊາງ ແລະ ປະທານາທິບໍດີອິເດຍ Pranab Mukherjee ໄດ້ມີການເຈລະຈາ ແລະ ອອກແຈ້ງການຮ່ວມ. ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ແລະ ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ກໍ່ໄດ້ມີການພົບປະກັບປະທານາທິບໍດີອິເດຍ Pranab Mukherjee. ທີ່ການເຈລະຈາ, ການພົບປະຄັ້ງຕ່າງໆລະຫວ່າງການນຳຂັ້ນສູງຫວຽດນາມ ແລະ ປະທານາ ທິບໍດີອິເດຍ Pranab Mukherjee, ສອງຝ່າຍໄດ້ແບ່ງປັນບັນດາອາລົມຈິດອັນດີງາມ ແລະ ຕີລາຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ອິນເດຍ. ການນຳສອງປະເທດໄດ້ເຫັນດີເປັນເອກະສັນບັນດາທິດທາງໃຫ່ຍເພື່ອແນໃສ່ສືບຕໍ່ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ ແລະ ຊຸດຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດກ່ວາອີກໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເປັນເອກະສັນຈະເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງຂຶ້ນຕື່ມ, ໂດຍຈຸດສຸມແມ່ນການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ ແລະ ເຕັກນິກ, ນ້ຳມັນອາຍແກດ, ວັດທະນະທຳ….
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 16/09, ຢູ່ນະຄອນໂຮ່ຈິມິນ, ທ່ານເລແທງຫາຍ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີສ.ອິນເດຍ Pranab Mukherjee ພ້ອມກັບຄະນະຜູ້ແທນຂັ້ນສູງທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ.
ທີ່ການຕ້ອນຮັບ, ທ່ານເລແທງຫາຍ ປາດຖະໜາວ່າ, ທ່ານປະທານາທິບໍດີ Pranab Mukherjee ຈະເອົາໃຈໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນລະຫວ່າງນະຄອນໂຮ່ຈິມິນ ກັບບັນດາທ້ອງຖິ່ນຂອງອິນເດຍ ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງແຂວາງ, ແທດຈິງ ແລະ ມີປະສິດທິຜົນກວ່າ.
ທ່ານປະທານາທິບໍດີ Pranab Mukherjee ເນັ້ນໜັກວ່າ ໃນວິວັດການພັດທະນາຂອງ 2 ປະເທດ, ອິນເດຍ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບຫວຽດນາມ. ສະແດງການສະໜັບສະໜູນທັດສະນະເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈິມິນ ກັບບັນດາທ້ອງຖິ່ນຂອງອິນເດຍ, ທ່ານປະທານາທິບໍດີ Pranab Mukherjee ຖືວ່າ ນີ້ແມ່ນໂອກາດທີ່ດີເພື່ອປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງ 2 ປະເທດ.
ໃນຂອບເຂດການຢ້ຽມຢາມນະຄອນໂຮ່ຈິມິນ, ຕອນບ່າຍວັນທີ 16/09, ທ່ານປະທານາທິບໍດີອິນເດຍ ໄດ້ໄປຢ້ຽມຢາມຫໍພິພິດຕະພັນຮ່ອງຮອຍສົງຄາມ; ພົບປະກັບຊາຄົມວິສາຫະກິດ ແລະ ຊາວອິນເດຍ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ.