ປະທານາທິບໍດີອິນໂດເນເຊຍ ຢັ້ງຢືນນະໂຍບາຍການຕ່າງປະເທດ ເພື່ອສັນຕິພາບ
(ພາບ:ອິນເຕີແນັດ)
( vovworld ) – ກ່າວຄຳເຫັນຕໍ່ສະພາແຫ່ງຊາດເນື່ອງໃນໂອກາດລະນຶກ 67 ປີແຫ່ງວັນສະຖາປະນາປະເທດອິນໂດເນເຊຍ (17/8/1945-17/8/2012), ວັນທີ 17/8, ປະທານາທິບໍດີ Susilo Bambang Yudhoyono ໄດ້ຢັ້ງຢືນບັນດາຜົນສຳເລັດໃນຂົງເຂດການຕ່າງປະເທດຂອງປະເທດນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ມານະພະຍາຍາມຮັກສາສັນຕິພາບ ແລະ ຄວາມສະຫງົບປອດໄພໂລກ. ປະທານາທິບໍດີ Susilo Bambang Yudhoyono ເນັ້ນໜັກວ່າ ດ້ວຍເລື່ອງສ້າງຕັ້ງສູນສັນຕິພາບ ແລະ ຄວາມສະຫງົບປອດໄພໂລກຢູ່ Sentul, Bogor ແຂວງ West Java ເມື່ອຕົ້ນປີນີ້. ອິນໂດເນເຊຍ ອາດຈະປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ສັນຕິພາບ ແລະ ຄວາມສະຫງົບປອດໄພໂລກ. ປະທານາທິບໍດີ Susilo Bambang Yudhoyono ໃສ່ໃຈວ່າ: ໂລກຍັງມີການທ້າທາຍຫຼາຍຢ່າງ ແລະ ໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມສະຫງົບປອດໄພໂລກ, ຊື່ງຮຽກຮ້ອງໃຫ້ມີການຮ່ວມມືສາກົນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກ່ວາອີກ.