ທ່ານປະທານາທິບໍດີ ອາເມລິກາ Barack Obama
(ພາບ: CBS)
|
(vovworld) – ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າບັນດາການນຳໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ຢູ່ທຳນຽບຂາວ ໃນຕອນເຊົ້າວັນທີ 2/6, ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ກ່າວເຕືອນ ຈີນ ບໍ່ໄດ້ໃຊ້ກຳລັງແຮງເພື່ອປະຕິບັດຄຳຮຽກສິດຢູ່ທະເລຕາເວັນອອກ. ທີ່ການພົບປະ, ທ່ານປະທານາທິບໍດີ Obama ແລະ 75 ຄົນທີ່ຫາກໍ່ສິ້ນສຸດລາຍການຮ່ຳຮຽນ ແລະ ແລກປ່ຽນດ້ານວິຊາການຢູ່ ອາເມລິກາ ໃນຂອບເຂດ ຂໍ້ລິເລີ່ມການນຳໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ (YSEALL), ໄດ້ໂອ້ລົມສົນທະນາໂດຍກົງກ່ຽວກັບບັນດາຫົວຂໍ້ຄື ເສດຖະກິດ, ສິ່ງແວດລ້ອມ, ຄວາມໝັ້ນຄົງ… ໃນພາກພື້ນ. ຕໍ່ໜ້າບັນດາຄວາມວິຕົກກັງວົນກ່ຽວກັບການກະທຳດັດແປງເຂດດິນຢ່າງຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ, ທ່ານປະທານາທິບໍດີ Obama ຢັ້ງຢືນວ່າ: ອາເມລິກາ ບໍ່ທວງເອົາອະທິປະໄຕຢູ່ເຂດນີ້ ແຕ່ຮຽກຮ້ອງຕ້ອງຮັບປະກັນວ່າ: ທຸກໆຄວາມຂັດແຍ້ງກັນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ແລະ ເໝາະສົມກັບທຳນຽມສາກົນ. ທ່ານກ່າວວ່າ:
“ທຸກໆການກະທຳໃນການດັດແປງທີ່ດິນ ແລະ ເກາະຜິດຢູ່ທະເລຕາເວັນອອກລ້ວນແຕ່ບໍ່ມີຜົນປະໂຫຍດ. ໃນນາມເປັນປະເທດມະຫາອຳນາດຢູ່ ອາຊີ - ປາຊີຟິກ, ອາເມລິກາ ສະໜັບສະໜູນທຸກໆປະເທດທີ່ພ້ອມກັບພວກຂ້າພະເຈົ້າສ້າງຕັ້ງ ແລະ ປະຕິບັດບັນດາຫຼັກການ ແລະ ກົດລະບຽບເພື່ອຮັກສາການເຕີບໂຕ ແລະ ຄວາມວັດທະນາຖາວອນໃນພາກພື້ນ.”
ທ່ານປະທານາທິບໍດີ Obama ເນັ້ນໜັກເຖິງຄວາມເຄັ່ງຕຶງທີ່ພວມເກີດຂຶ້ນລະຫວ່າງບາງປະເທດ ອາຊຽນ ແລະ ຈີນ ກໍ່ຄືລະຫວ່າງ ອາເມລິກາ ແລະ ຈີນ ທີ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ພ້ອມທັງກ່າວເຕືອນວ່າ ຈີນ ບໍ່ໄດ້ອ້າງສິດເປັນປະເທດໃຫຍ່ເພື່ອບັງຄັບປະເທດອື່ນໆ:
“ຈີນ ບໍ່ໄດ້ໃຊ້ກຳລັງແຮງເພື່ອຂົມຂູ່ປະເທດອື່ນແນໃສ່ປະຕິບັດບັນດາຄຳຮຽກສິດຢູ່ທີ່ນີ້… ຖ້າຫາກເກີດການປະທະກັນ, ຖ້າຫາກບັນດາການທວງເອົາອະທິປະໄຕໂດຍອີງໃສ່ກຳລັງແຮງຂອງປະເທດໜຶ່ງ ແທນທີອີ່ງໃສ່ກົດໝາຍນັ້ນ, ຄວາມວັດທະນາຖາວອນຂອງພາກພື້ນອາຊີ - ປາຊີຟິກ ຈະຖືກຫລຸດລົງ.”