ທ່ານ Donald Trump ທີ່ສາບານຕົວຮັບດຳລົງຕຳແຫນ່ງ
ພາບ:VTC.vn
|
(vovworld)- ຕອນທ່ຽງວັນທີ 20/1 (ຕາມເວລາອາເມລິກາ), ທ່ານ Donald Trump ຜູ້ຊະນະໃນການເລືອກຕັ້ງປະທານາທິບໍດີອາເມລິກາ ໄດ້ອ່ານບົດປາໃສສາບານຕົວຮັບດຳລົງຕຳແຫນ່ງ, ກາຍເປັນປະທານາທິບໍດີ ອາເມລິກາ ຜູ້ທີ 45. ໃນບົດປາໄສພາຍຫລັງພິທີສາບານຕົວຮັບດຳລົງຕຳແຫນ່ງ, ປະທານາທິບໍດີ ອາເມລິກາ ຄົນໃຫມ່ມີຄວາມຫວັງກ່ຽວກັບວິໄສທັດໃຫມ່ໃນການບໍລິຫານອາເມລິກາ ດ້ວຍຄຳໝັ້ນໝາຍ ນັບແຕ່ວັນທີ20/1 ເປັນຕົ້ນໄປ ມີພຽງແຕ່ ປະເທດອາເມລິກາ ແມ່ນປະເທດແຖວຫນ້າເທົ່ານັ້ນ. ປະທານາທິບໍດີ ອາເມລິກາ ສືບຕໍ່ຢ້ຳຄືນບັນດາຄຳໝັ້ນສັນຍາໃນບັ້ນລົງຫາສຽງເລືອກຕັ້ງ ດ້ວຍຄຳຖະແຫລງວ່າ ລັດຖະບານໃຫມ່ຈະນຳມາໃຫ້ວຽກເຮັດງານທຳ, ປົກປັກຮັກສາຊາຍແດນ, ບັນດາຄວາມໄຝ່ຝັນ ແລະ ວັດທະນາຖາວອນໃຫ້ແກ່ປະຊາຊົນ.
ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແຫນ່ງ, ນອກຈາກມີປະຊາຊົນ, ນັກການເມືອງ ອາເມລິກາ ເປັນຈຳນວນຫລວງຫລາຍເທົ່ານັ້ນ, ຍັງມີບັນດາອະດີດປະທານາທິບໍດີ ອາເມລິກາ ແລະ ຄູ່ແຂ່ງຂອງທ່ານ Trump ທ່ານນາງ Hilarry Clinton.
ຟ້າມຮວານ ແລະ ຫວູເຮີບ ນັກຂ່າວ VOV ປະຈຳ ອາເມລິກາ