ປະທານາທິບໍດີອາເມລິກາຈັດການປະຊຸມຂ່າວທ້າຍປີ

ປະທານາທິບໍດີອາເມລິກາຈັດການປະຊຸມຂ່າວທ້າຍປີ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama
(ພາບ: AFP/ TTXVN)


(vovworld) - ວັນ​ທີ 18/12 (ກົງ​ກ​ັບ​ຕອນ​ເຊົ້າ​ວັນ​ທີ 19/12 ຕາມ​ເວ​ລາ​ຫວຽດ​ນາມ), ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ຈັດ​ການ​ປະ​ຊຸມ​ຂ່າວເທື່ອ​ສຸດ​ທ້າຍ​ຂອງ​ປີ 2015, ໃນ​ນັ້ນ​ໄດ້​ເຕື້ອງ​ເຖິງ​ບັນ​ດາ​ບັນ​ຫາ​ການ​ເມື​ອງ​ທີ່​ຮ້ອນເຮັ່ງ​ຂອງ​ອາ​ເມ​ລິ​ກາ ປີ​ຜ່ານ​ມາໃນ​ທຸ​ກ​ດ​້ານ​ຈາກວຽກ​ງານ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເປີດ​​ສາກການ​ປະ​ຊຸມ​ຂ່າ​ວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຖື​ວ່າ, ພື້ນ​ຖານ​ເສດ​ຖະ​ກິດ​ອາ​ເມ​ລິ​ກາ ໄດ​້​ມີ​ບາດ​ກ້າວ​ໝັ້ນ​ຄົງ, ເຂັ້ມ​ແຂງ, ອັດ​ຕາ​ຜູ້​​ວ່າງ​ງານ​ຫຼຸດ​ລົງ​ເຫຼືອ​ພຽງ​ປະ​ມານ 5%, ​ສາ​ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໃຫ້​ແກ່ກວ່າ 13,7 ​​ລ້ານ​ຄົນ​, ສຳ​ຄັນ​ທີ່​ສຸດ​​ແມ່ນລາຍ​ຮັບ, ເງິນ​ເດືອນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ນັບ​ແຕ່​ເມື່ອ​ວິ​ວັດ​ການຟື້ນ​​ຟູ​ເສດ​ຖະ​ກິດ​​ໄ​ດ້​ເລີ່ມ​ຕົ້ນ​.

      ກ່​ຽວ​ກັບ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ລິ​ກາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ອາ​ເມ​ລິ​ກາ ບັ​ນ​ລຸ​ໄ​ດ້​ຂໍ້​ຕົກ​ລົງ​ນິວ​ເຄຼີຍ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ກັບ​ອີ​ຣານ, ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ກຸຍ​ບາ​ ຄືນ​ໃໝ່, ສຳ​ເລັ​ດ​​ວິ​ວັດ​ການເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ຂ້າມ​ປາ​ຊີ​ຟິກ, ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ເມື່ອ​ເຕື້ອງ​ເຖິງ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫ​າ​ຮ້ອນ​ເຮັ່ງ​ທີ່​ສຸດ​ໃນ​ປີ​ຜ່ານ​ມາ ແມ່ນ​ການ​ຕໍ່​ສູ້​ຕ້ານ​ລັດ​​ທິກໍ່​ກາ​ນ​ຮ້າຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຍອມ​ຮັບ​ວ່າ, ປະ​ເທດ​ອາ​ເມ​ລິ​ກາ ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ຄວາ​ມ​ຫຍຸ້ງ​ຍາກ​ໃນ​ການ​ຕ່​ໍ​ສູ້​ຕ້ານ​ກໍ່​ການ​ຮ້າຍ​ເວົ້າ​ລວມ ແລະ ຕ້ານ​ອົງ​ການ​ລັດ​​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ຢູ່​ຊີ​ຣີ ແລະ ອີ​ຣັກ ເວົ້າ​ສ​ະ​ເພາະ, ແຕ່​ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ວ່າ ອາ​ດ​ຈະ​ຕີ​ IS ໃຫ້​ປະ​ຊາ​ໄຊ​ໄປ.

ຂ່າວ/ບົດ​ອື່ນ