ປະທານາທິບໍດີອາເມລິກາມີແຜນນະໂຍບາຍເຊັນບັນດາສັນຍາFTAສອງຝ່າຍ

(vovworld) -  ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ຖະ​ແຫຼງ​ວ່າ ຢາກ​ເຊັນ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ສອງ​ຝ່າຍ, ແທນ​ທ​ີ່​ບັນ​ດາ​ຂໍ້​ຕົກ​ລົງຫຼາຍ​ຝ່າຍ​ຄື​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP). ວັນ​ທີ 26/1, ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສັງ​ກັດພັກ​ສາ​ທາ​ລະ​ນະ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຢັ້ງ​ຢືນ​ວ່າ ຈະ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າຫຼາຍສະ​ບັບ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ການອ​ຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ Donald Trump ພວມ​ກະ​ກ​ຽມ​ຈັດ​ຕັ້ງ​ການ​ພົບ​ປະ​ສຸດຍອດ 2 ຝ່າຍກ​ັບ ຍີ່​ປຸ່ນ, ເຊິ່ງ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ​ສອງ​ໃນ TPP.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ເຈົ້າ​ໜ້າ​ທີ່​ຜູ້​ໜ​ຶ່ງ​ໃນ​ອຳ​ນາດ​ການ​ປົກ​ຄອງ Donald Trump ໃຫ້​ຮູ້​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈະ​ຊອກ​ຫາ​ວິ​ທີ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ຍົກ​ອອກ​ຂໍ້​ຕົກ​ລົງ​ດ້​ານ​ການ​ຄ້າ 2 ຝ່າຍ​ກັບ ຍີ່​ປຸ່ນ, ເພື່ອ​​ແນ​ໃສ່ແທນ​ໃຫ້​ສັນ​ຍາ TPP.


ຂ່າວ/ບົດ​ອື່ນ