(vovworld) – ປະທານາທິບໍດີ ອາເມລິກາ ຢືນຢັນຄືນໃໝ່ວ່າບໍ່ສົ່ງທະຫານບົກເຂົ້າ ອີຣັກ - ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນຕອນເຊົ້າວັນທີ 17/9 (ຕາມເວລາທ້ອງຖີ່ນ), ພາຍຫຼັງປະທານເສນາທິການໃຫຍ່ທະຫານປະສົມ ອາເມລິກາ ທ່ານ Martin Dempsey ໃຫ້ຮູ້ວ່າ: ທ່ານອາດສາມາດຈະສົ່ງທະຫານບົກເຂົ້າ ອີຣັກ ພຽງໜຶ່ງວັນ.
ກ່າວຄຳເຫັນຢູ່ຖານທີ່ໝັ້ນທະຫານອາກາດ MacDill ຢູ່ລັດ Florida, ທ່ານປະທານາທິບໍດີ Obama ຊີ້ແຈ້ງວ່າ: ບັນດາທະຫານ ອາເມລິກາ ມີໜ້າຢູ່ ອີຣັກ ພວມ ແລະ ຈະບໍ່ໄດ້ຮັບພາລະໜ້າທີ່ຕໍ່ສູ້ຢູ່ທີ່ນີ້. ທ່ານປະທານາທິບໍດີ Obama ໃຫ້ຮູ້ວ່າ: ອາເມລິກາ ພຽງແຕ່ໜູນຊ່ວຍບັນດາຄູ່ຮ່ວມມືໃນການຕໍ່ສູ້ທາງບົກຜ່ານການເຄື່ອນໄຫວຝຶກອົບຮົມ ແລະ ສະໜອງພາຫະນະ, ອຸປະກອນເພື່ອໃຫ້ກຳລັງຢູ່ທ້ອງຖີ່ນສາມາດຮັບປະກັນໃຫ້ອະນາຄົດຂອງຕົນ, ຢືນຢັນນີ້ແມ່ນມາດຕະການໜຶ່ງດຽວນຳມາເຊິ່ງປະສິດທິຜົນຍາວນານ. ທ່ານກ່າວວ່າ:
“ຖ້າຫາກພວກເຮົາເຮັດທຸກສິ່ງທຸກຢ່າງ ໃນຂະນະທີ່ປະຊາຊົນຢູ່ທີ່ນີ້ບໍ່ໄດ້ເຮັດຫຍັງໃຫ້ແກ່ຕົນເອງ ພວກເຮົາຈະກໍ່ປະສົມກັບຄວາມຫຍຸ້ງຍາກຄ້າຍຄືກັນເມື່ອພາຍຫຼັງທີ່ພວກເຮົາຖອນອອກຈາກປະເທດນັ້ນ”