ປະທານາທິບໍດີອາເມລິກາຢັ້ງຢືນຄວາມສຳຄັນຂອງການພົວພັນກັບNATOແລະEUຄືນໃໝ່
ທ່ານປະທານາທິບໍດີ Obama ຢູ່ເອແທນ
(ພາບ: EPA/TTXVN)
|
(vovworld) - ເອີລົບສາມັກຄີ ແລະ ໝັ້ນຄົງເຂັ້ມແຂງແມ່ນ “ສິ່ງທີ່ດີງາມ” ສຳລັບ ອາເມລິກາ, ໃນຂະນະທີ່ອົງການ NATO ມີບົດບາດສຳຄັນຍິ່ງສຳລັບຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຂອງ ວໍຊິງຕັນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ໃນຂະນະທີ່ພວມຢ້ຽມຢາມ ເກຼັກ ໃນວັນທີ 15/11, ເຊິ່ງເປັນປະເທດທຳອິດໃນການເດີນທາງຢ້ຽມຢາມ ເອີລົບ ເປັນຄັ້ງສຸດທ້າຍກ່ອນທີ່ຈະພົ້ນຈາກຕຳແໜ່ງປະທານາທິບໍດີ ອາເມລິກາ. ເມື່ອໄປຮອດ ເກຼັກ, ທ່ານປະທານາທິບໍດີ Obama ໄດ້ເຈລະຈາກັບຄູ່ຕຳແໜ່ງປະເທດເຈົ້າພາບ Prokopis Pavlopoulos ຢູ່ນະຄອນຫຼວງ ເອແທນ. ທ່ານ Obama ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຂ້າມມະຫາສະໝຸດອັດລັງຕິກ, ຖືວ່າ ນີ້ແມ່ນພື້ນຖານໃຫ້ແກ່ຄວາມວັດທະນາຖາວອນ ແລະ ຄວາມໝັ້ນຄົງຂອງທັງ 2 ຝ່າຍ ແລະ ສິ່ງດັ່ງກ່າວບໍ່ມີການປ່ຽນແປງບໍ່ວ່າພາຍໃຕ້ອຳນາດການປົກຄອງໃດຢູ່ ອາເມລິກາ. ກ່ຽວຂ້ອງເຖິງການພົວພັນກັບບັນດາປະເທດ NATO, ອີກເທື່ອໜຶ່ງທ່ານປະທານາທິບໍດີ ອາເມລິກາ ໄດ້ເຮັດໃຫ້ອຸ່ນໃຈບັນດາປະເທດສະມາຊິກໃນກຸ່ມການທະຫານມີຄວາມໝັ້ນໃຈຕໍ່ໜ້າບັນດາຄວາມລະແວງສົງໄສວ່າ: ວໍຊິງຕັນ ພາຍໃຕ້ອຳນາດການປົກຄອງຂອງທ່ານປະທານທິບໍດີຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ Donald Trump ຈະດັດປັບນະໂຍບາຍກັບ NATO, ລະອຽດແມ່ນບັນດາການປະກອບສ່ວນຂອງ ອາເມລິກາ ໃນກຸ່ມ NATO ແລະ ເລື່ອງ ອາເມລິກາ ຈະໜູນຊ່ວຍພຽງບັນດາປະເທດພັນທະມິດຖ້າຫາກບັນດາປະເທດນີ້ຕອບສະໜອງສຳລັບ ວໍຊິງຕັນ ຢ່າງພຽງພໍ. ອີກເທື່ອໜຶ່ງທ່ານ Obama ເນັ້ນໜັກວ່າ ອຳນາດການປົກຄອງ ອາເມລິກາ, ໂດຍພັກສາທາລະນະ ຫຼື ພັກປະຊາທິປະໄຕ ນຳພາ, ລ້ວນແຕ່ຮັບຮູ້ແຈ້ງບົດບາດກຸ່ມສຳຄັນຂອງສຳພັນທະມິດການທະຫານນີ້.