ປະທານາທິບໍດີອາເມລິກາລົງນາມໃນລັດຖະດຳລັດຍົກເລີກບັນດານະໂຍບາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ
ທ່ານປະທານາທິບໍດີອາເມລິກາ Donald Trump
(ພາບ: EPA/TTXVN)
(vovworld) - ວັນທີ 28/03, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ລົງນາມໃນລັດຖະດຳລັດຍົກເລີກບັນດາຂໍ້ກຳນົດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ສະໄໝອະດີດປະທານາທິບໍດີ Barack Obama, ເຊິ່ງອຳນາດການປົກຄອງ Trump ເຄີຍຖືວ່າໄດ້ກີດຂວາງຂະແໜງອຸດສາຫະກຳຂຸດຄົ້ນຖ່ານຫີນ ແລະ ນ້ຳມັນບໍ່. ກ່າວຄຳເຫັນກ່ອນທີ່ລົງນາມໃນລັດຖະດຳລັດ, ທ່ານ Trump ຖະແຫຼງວ່າ ຈະຢຸດຕິ “ສົງຄາມຖ່ານຫີນ”. ທ່ານປະທານາທິບໍດີອາເມລິກາ ຖືວ່າ ນີ້ແມ່ນບາດກ້າວປະຫວັດສາດ, ເພື່ອແນໃສ່ຍົກເລີກບັນດາຮົ້ວກີດຂວາງສຳລັບຂະແໜງອຸດສາຫະກຳພະລັງງານຂອງອາເມລິກາ, ຕ່າວປີ້ນການແຊກແຊງຂອງລັດຖະບານ, ແກ້ໄຂບັນດາຂໍ້ກຳນົດທີ່ເຮັດໃຫ້ປະຊາຊົນຫຼາຍຄົນບໍ່ມີວຽກເຮັດງານທຳ. ຕາມລັດຖະດຳລັດດັ່ງກ່າວ, ອຳນາດການປົກຄອງ Trump ຈະຢຸດຕິ, ຍົກເລີກ ຫຼື ພິຈາລະນາຄືນບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ເພື່ອແນໃສ່ຊຸກຍູ້ພື້ນຖານອຸດສາຫະກຳພະລັງງານ ແຮ່ທາດຢູ່ພາຍໃນປະເທດ.