ທ່ານ Barack Obama, ປະທານາທິບໍດີ ອາເມລິກາ
(ພາບ: Reuters)
|
(vovworld) – ຕອນບ່າຍວັນທີ 20/3, ທ່ານ Barack Obama, ປະທານາທິບໍດີ ອາເມລິກາ ແລະ ພັນລະຍາໄດ້ເຖິງສະໜາມບິນສາກົນ Jose Marti, ເລີ່ມຕົ້ນການຢ້ຽມຢາມ ກູບາ ຢ່າງເປັນທາງການເປັນເວລາ 3 ວັນ. ນີ້ແມ່ນການຢ້ຽມຢາມທາງການທຳອິດຂອງປະມຸກລັດ ອາເມລິກາ ພວມດຳລົງຕຳແໜ່ງເຖິງ ກູບາ ນັບແຕ່ເມື່ອທ່ານປະທານາທິບໍດີ Calvin Coolidge ເຂົ້າຮ່ວມກອງປະຊຸມທົ່ວທະວີບ ອາເມລິກາ ຄັ້ງທີ 6 ຢູ່ ກູບາ ເມື່ອເດືອນ 1/1928.
ຕາມລາຍການແລ້ວ, ທ່ານປະທານ ກູບາ Raul Castro ຈະເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ Obama ຢ່າງເປັນທາງການໃນວັນທີ 21/3 (ຕາມເວລາ ກູບາ), ຫຼັງຈາກນັ້ນ, ປະມຸກລັດ 2 ທ່ານຈະເຈລະຈາ ແລະ ອອກຖະແຫຼງການຮ່ວມ. ລາຍການເຄື່ອນໄຫວຂອງທ່ານ Barack Obama ຢູ່ ກູບາ ລວມມີ: ການຢ້ຽມຢາມຄຸ້ມເມືອງເກົ່າ ຢູ່ນະຄອນຫຼວງ ລາຮາວານ, ປາຖະກະຖາຢູ່ໂຮງລະຄອນ Alicia Alonso ແລະ ການເຄື່ອນໄຫວຈຳນວນໜ່ຶງ…