ປະທານາທິບໍດີອາເມລິກາ ຢືນຢືນຄຳໝັ້ນສັນຍາກັບ ອາຊີ - ປາຊີຟີກຄືນໃໝ່
(ທ່ານປະທານາທິບໍດີອາເມລິກາ Barack Obama)
(vovworld) - ຄຳໝັ້ນສັນຍາຂອງອາເມລິກາ ຖືກຍົກອອກມາພາຍຫຼັງຫາງສຽງພາກພື້ນມີຄວາມສົງໄສກ່ຽວກັບການບໍ່ມີໜ້າຂອງທ່ານປະທານາທິບໍດີອາເມລິກາ Barack Obama ທີ່ກອງປະຊຸມຂັ້ນສູງຢູ່ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝີກ (APEC), ເຊິ່ງຖືກຈັດຂຶ້ນຢູ່ ອີນໂດເນເຊຍ.
ກ່າວຄຳເຫັນກັບວົງການນັກຂ່າວໃນວັນທີ 08 ຕຸລາ, ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານປະທານາທິບໍດີ Obama ຢືນຢັນ ການຫັນໄປສູ່ອາຊີ ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງທຳນຽບຂາວ. ທ່ານກໍ່ໄດ້ຕີລາຄາສູງຜົນງານດ້ານເສດຖະກິດ ແລະ ບົດບາດຂອງບັນດາປະເທດອາຊີ ໃນການຮັກສາຄວາມສະຫງົບປອດໄພຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານປະທານາທິບໍດີ ອາເມລິກາ ຖືວ່າ ການບໍ່ມີໜ້າຂອງທ່ານຢູ່ບັນດາກອງປະຊຸມສຳຄັນຂອງອີນໂດເນເຊຍ ຈະບໍ່ກໍ່ຄວາມເສຍຫາຍເຖິງຮູບພາບຂອງປະເທດອາເມລິກາ ໃນທະວີບນີ້.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Obama ຕ້ອງຍຸບເລີກການໄປປະຕິບັດງານເຖິງ 4 ປະເທດອາຊີ, ໃນນັ້ນມີການໄປຢ້ຽມຢາມ ບາລີ, ປະເທດອີນໂດເນເຊຍ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງ APEC, ຍ້ອນສະພາບການເມືອງບໍ່ມີທາງອອກພາໄປເຖິງເລື່ອງລັດຖະບານອາເມລິກາ ຕ້ອງຢຸດຕິການເຄື່ອນໄຫວ.