ປະທານາທິບໍດີ ອາເມລິກາ Barack Obama
(ພາບ: AFP/TTXVN)
(vovworld) – ຕອນບ່າຍວັນທີ 12/6, ທ່ານປະທານາທິບໍດີ ອາເມລິກາ Barack Obama ມີບົດກ່າວປາໄສໄດ້ຖ່າຍທອດສົດທາງໂທລະພາບໃນທົ່ວປະເທດຈາກທຳນຽບຂາວ ກ່ຽວກັບເຫດການຍິງປືນຢູ່ນະຄອນ Orlando, ລັດ Florida, ເຮັດໃຫ້ຢ່າງໜ້ອຍສຸດ 50 ຄົນເສຍຊີວິດ ແລະ 53 ຄົນຖືກຮັບບາດເຈັບ. ທ່ານປະທານາທິບໍດີ Barack Obama ໄດ້ກ່າວປະນາມເຫດຍິງປືນຢູ່ຮ້ານບັນເທິງ Pulse ແມ່ນການກະທຳກໍ່ການຮ້າຍ, ແມ່ນໂທດທີ່ກຳແນໃສ່ສາມັນຊົນ. ຕາມທ່ານປະທານາທິບໍດີ Barack Obama ແລ້ວ, ນີ້ແມ່ນເຫດການຍິງປືນທີ່ນອງເລືອດທີ່ສຸດໃນປະຫວັດສາດຂອງ ອາເມລິກາ, ແມ່ນວັນທີ່ເຈັບປວດສຳລັບປະຊາຊົນທົ່ວປະເທດ ອາເມລິກາ. ທ່ານປະທານາທິບໍດີ Barack Obama ຖະແຫຼງວ່າປະເທດ ອາເມລິກາ ຈະບໍ່ຢ້ານກົວ ແລະ ປະຊາຊົນ ອາເມລິກາ ຈະສາມັກຄີກັນກ່ວາອີກ. ທ່ານປະທານາທິບໍດີ Barack Obama ຊີ້ນຳບັນດາການນຳອົງການປະຕິບັດກົດໝາຍນຳໃຊ້ທຸກໆມາດຕະການທີ່ຈຳເປັນເພື່ອສະກັດກັ້ນບັນດາເຫດການຄ້າຍຄືກັນ. ໃນຂະນະທີ່ທ່ານ Barack Obama ພວມກ່າວປາໄສທີ່ທຳນຽບຂາວ, ບັນດາພາຫະນະສື່ມວນຊົນ ອາເມລິກາ ໄດ້ອອກຂ່າວວ່າກຸ່ມລັດອິດສະລາມ (IS) ອ້າງຊື່ເອງຢູ່ ອີຣັກ ແລະ ຊີຣີ ປະກາດໄດ້ດຳເນີນເຫດການດັ່ງກ່າວ.