(ທ່ານປະທານາທິບໍດີ ອຽກລັງ Michael D.Higgins
ແລະ ພັນລະຍາ ຢ້ຽມຢາມແຂວງ ກວາງຈີ້)
(vovworld) - ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 09 – 10/11, ຕອນເຊົ້າວັນທີ 10/11, ທ່ານປະທານາທິບໍດີ ອຽກລັງ Michael D.Higgins ແລະ ພັນລະຍາ ຢ້ຽມຢາມແຂວງ ກວາງຈີ້. ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນດຶກຈີ໋ງ ປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ້ ພົບປະກັບທ່ານ Charles Flanagan ລັດຖະມົນຕີກະຊວງການຕ່າງປະເທດ - ການຄ້າ ອຽກລັງ ແລະ ລົງນາມໃນບົດບັນທຶກຊ່ວຍຈຳ. ທ່ານ ຫງວຽນດຶກຈີ໋ງ ປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ້ ປາດຖະໜາວ່າ: ລັດຖະບານ ອຽກລັງ ສືບຕໍ່ໜູນຊ່ວຍແຂວງ ບັນລຸໄດ້ບັນດາຄາດໝາຍພັດທະນາໃນໄລຍະ 2017 – 2020, ສືບຕໍ່ພິຈາລະນາການອຸປະຖຳບັນດາແຫຼ່ງທຶນຊ່ວຍເຫຼືອໃຫ້ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ກວາງຈີ້. ທ່ານ ຫງວຽນດຶກຈີ໋ງ ປາດຖະໜາຢາກ ອຽກລັງ ໜູນຊ່ວຍບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມຢູ່ ຫວາງຈີ້..
ສ່ວນທ່ານ Charles Flanagan ຢືນຢັນວ່າ ລັດຖະບານ ແລະ ປະຊາຊົນ ອຽກລັງ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ເວົ້າລວມ ແລະ ກວາງຈີ້ເວົ້າສະເພາະ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ແກ້ໄຂທຸກລະເບີດຕົກຄ້າງຫລັງສົງຄາມ. ພາຍຫລັງການພົບປະ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ໃນນັ້ນ 2 ຝ່າຍໄດ້ເຫັນດີເປັນເອກະສັນ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ການພົວພັນຮ່ວມມືຢ່າງເລິກເຊິ່ງໃນໄລຍະຈະມາເຖິງ ໃນບັນດາຂົງເຂດ, ຍົກສູງກຳລັງຄວາມສາມາດ, ແລກປ່ຽນບົດຮຽນ ແລະ ຮ່ວມມືພັດທະນາ.