ປະທານາທິບໍດີ ລັດເຊຍ V.Putin ສາບານຕົວ ຮັບຕຳແຫນ່ງ

ປະທານາທິບໍດີ ລັດເຊຍ V.Putin ສາບານຕົວ ຮັບຕຳແຫນ່ງ - ảnh 1
ທ່ານປະທານາທິບໍດີ ລັດ​ເຊຍ Vladimir Putin ສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແຫນ່​ງ
( ພາບ: AFP )


(vovword)- ວັນ​ທີ 7/5, ທ່ານ Vladimir Putin ຜູ້​ຮູບ​ໄຊຊະນະ​ໃນ​ການເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ລັດ​ເຊຍ ​ໃນ​ການ​ເລືອກ​ຕັ້ງ​ຈັດ​ຂຶ້ນ​ເມື່ອ​ວັນທີ 4/3 ຜ່ານ​ມາ ​ໄດ້ສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແຫນ່​ງປະທານາທິບໍດີ​ສະຫະພັນ​ລັດ​ເຊຍ ອາຍຸ​ການ​ທີ 3. ​ໃນ​ພິທີ​ສາບານ​ຕົວ​ຊຶ່ງ​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ ມົດ​ສະ​ກູ, ທ່ານ Putin ປະຕິຍານ​ວ່າ ໃນ​ຖານະ​ເປັນ​ປະທານາທິບໍດີ​ ສະຫະພັນ​ລັດ​ເຊຍ ຂ້າພະ​ເຈົ້າ​ຈະ​​ເຄົາລົບ ​ແລະ ປົກ​ປັກ​ຮັກສາ​ສິດ ​ແລະ ຄວາມ​ເສລີ​ຂອງ​ປະຊາຊົນ, ​ເຄົາລົບ ​ແລະ ຮັກສາ​ລັດຖະທຳ​ມະນູນ​ລັດ​ເຊຍ, ປົກ​ປັກ​ຮັກສາ​ອະທິ​ປະ​ໄຕ, ຄວາມ​ເປັນ​ເອກະລາດ, ຄວາມ​ໝັ້ນຄົງ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຈົ່ງ​ຮັກ​ພັກດີ​ຮັບ​ໃຊ້​ປະຊາຊົນ. ກ່ອນ​ຫນ້າ​ນັ້ນ ທ່ານ Putin ​ໃຫ້​ຄຳ​ໝັ້ນ​ໝາຍວ່າ: ​ໃນ​ຖາ​ນະ​ເປັນ​ປະທານາທິບໍດີ ລັດ​ເຊຍ ຈະ​ສຸມ​ໃສ່​ປະຕິບັດ 4 ຂົງ​ເຂດ​ຕົ້ນຕໍ​ຊື່​ງລວມມີ: ປະຕິ​ຮູບ​ລະບົບ​ການ​ເມືອງ ​ແລະ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ - ສັງຄົມ, ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ ​ແລະ ປັບປຸງ​ການ​ປ້ອງ​ກັນຄວາມສະຫງົບ​ແຫ່ງ​ຊາດ, ປະຕິບັດ​ນະ​ໂຍບາຍ​ການພົວພັນ​ກັບ​ຕ່າງປະ​ເທດ​ເອກະລາດ.

ຂ່າວ/ບົດ​ອື່ນ