ທ່ານປະທານາທິບໍດີ Tony Tan Keng Yam ຢ້ຽມຢາມ ແຂວງ Binh Duong
ພາບ:internet
|
(vovworld) - ຕອນເຊົ້າວັນທີ 26/4, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ Truong Tan Sang, ທ່ານປະທານາທິບໍດີ ສິງກະໂປ Tony Tan Keng Yam ໄດ້ໄປຢ້ຽມຢາມແຂວງ Binh Duong. ນະທີ່ນີ້ ທ່ານປະທານາທິບໍດີ ສິງກະໂປ ໄປຢ້ຽມຢາມເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ 2 ແຫ່ງ. ເມື່ອເຮັດວຽກກັບຄະນະກຳມະການປະຊາຊົນແຂວງ Binh Duong, ທ່ານປະທານາທິບໍດີ Tony Tan Keng Yam ສະແດງຄວາມປິຕິຊົມຊື່ນຕໍ່ຫນ້າການພັດທະນາດ້ານເສດຖະກິດ ສັງຄົມຂອງແຂວງຢ່າງວ່ອງໄວຂອງແຂວງ ພ້ອມທັງໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ ສິງກະໂປຈະສືບຕໍ່ລົງທຶນຢູ່ແຂວງ Binh Duong ແລະ ນະຄອນ Ho Chi Minh ຫລາຍກວ່າອີກ. ປະທານາທິບໍດີ ສິງກະໂປ ປາດຖະຫນາຢາກໃຫ້ການນຳແຂວງ Binh Duong ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດສິງກະໂປ ແລະ ເຂດອຸດສາຫະກຳຮ່ວມທຸລະກິດລະຫວ່າງສອງປະເທດ 2 ແຫ່ງດັ່ງກ່າວ ສືບຕໍ່ພັດທະນາ, ປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ສິງກະໂປກວ່າອີກ.