ປະທານາທິບໍດີ ອາເມລິກາ ປະກາດໃຊ້ກົດໝາຍວ່າດ້ວຍການໃຊ້ຈ່າຍເພື່ອແນໃສ່ສະກັດກັ້ນລັດຖະບານອັດປະຕູ
(VOVWORLD) -ວັນທີ 9 ມີນາ, ປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການໃຊ້ຈ່າຍຂອງລັດຖະບານ ເພື່ອແນໃສ່ຮັກສາການເຄື່ອນໄຫວຂອງຫລາຍອົງການຂອງສະຫະລັດ.
ປະທານາທິບໍດີ ອາເມລິກາ Joe Biden. ພາບ: AFP/TTXVN |
ທ່ານ ປະທານາທິບໍດີ ອາເມລິກາ Joe Biden ໄດ້ລົງນາມໃນຮ່າງກົດໝາຍໃຊ້ຈ່າຍ 6 ສະບັບລວມມູນຄ່າ 460 ຕື້ USD ໂດຍສະພາສູງ ອາເມລິກາ ຮັບຮອງເອົາໃນວັນທີ 8 ມິນາ ດ້ວຍອັດຕາບັດເຫັນດີ 75 ບັດ ແລະ ບັດຄ້ານ 22 ບັດ. ບ້ວງງົບປະມານນີ້ຈະອຸປະຖຳໃຫ້ບັນດາກະຊວງ ນັກຮົບເກົ່າ, ກະສິກຳ, ການຄ້າ, ຕຸລາການ, ພະລັງງານ, ກະຊວງພາຍໃນ, ຄົມມະນາຄົມຂົນສົ່ງ, ພັດທະນາເຮືອນຢູ່ ແລະ ຕົວເມືອງ ກໍຄືບາງໂຄງການກໍ່ສ້າງການທະຫານ, ພັດທະນາແຫລ່ງນ້ຳ.. ຈົນຮອດທ້າຍປີການເງິນ 2024 (ສິ້ນສຸດໃນວັນທີ 30 ກັນຍາຈະມາເຖິງ).