(ພາບ:baomoi.com)
(vovworld) - ຕອນບ່າຍວັນທີ 18/11, ປະທານາທິບໍດີ ອາເມລິກາ Barack Obama ໄດ້ເດີນທາງມາຮອດນະຄອນຫຼວງບາງກອກ ປະເທດໄທ, ເລີ່ມຕົ້ນການໄປປະຕິບັດງານຢູ່ສາມປະເທດອາຊີຕາເວັນອອກສ່ຽງໃຕ້. ໄທ ແມ່ນປະເທດທຳອິດໃນການໄປປະຕິບັດງານຕ່າງປະເທດຂອງປະທານາທິບໍດີ ອາເມລິກາ Barack Obama ພາຍຫຼັງໄດ້ຮັບການເລືອກຕັ້ງຄືນໃໝ່. ຢູ່ນະຄອນຫຼວງບາງກອກ, ປະທານາທິບໍດີ ອາເມລິກາ Barack Obama ແລະ ນາຍົກລັດຖະມົນຕີປະເທດເຈົ້າພາບ, ທ່ານນາງ ຍິ່ງຮັກ ຊີນນາວັດ ໄດ້ດຳເນີນການເຈລະຈານຳກັນ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມ, ທ່ານນາງ ຍິ່ງຮັກ ຊີນນາວັດ ໄດ້ເວົ້າວ່າການຢ້ຽມຢາມຂອງທ່ານ Barack Obama ແມ່ນ “ໂອກາດດີທີ່ສຸດ“ ເພື່ອກ້າວໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ທ່ານນາງນາຍົກລັດຖະມົນຕີຍິ່ງຮັກ ຊີນນາວັດ ຍັງໃຫ້ຮູ້ວ່າ: ໄທ ຈະຊັ່ງຊາບັນຫາເຂົ້າຮ່ວມການເຈລະຈາກ່ຽວກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຍຸດທະສາດເຂດປາຊີຟິກ (TPP) ແລະ ຮັບປະກັນບັນດາລະບຽບການດ້ານກົດໝາຍພາຍໃນປະເທດກ່ຽວກັບບັນຫານີ້. ໃນຂະນະນັ້ນ, ປະທານາທິບໍດີ ອາເມລິກາ Barack Obama ໄດ້ເວົ້າວ່າ: “ເລື່ອງໄທ ຢາກສ້າງພື້ນຖານເພື່ອເຂົ້າຮ່ວມ TPP ມາດຖານສູງ ຈະຊຸກຍູ້ທັດສະນະຂອງພວກເຮົາ ທີ່ມີຕໍ່ພາກພື້ນການຄ້າເສລີ, ຍຸດຕິທຳ ແລະ ທຸກໆປະເທດລ້ວນແຕ່ມີຄວາມເຄົາລົບກົດລະບຽບ“. ການປ້ອງກັນຄວາມສະຫງົບຢູ່ນະຄອນຫຼວງບາງກອກ ໄດ້ຮັບການເພີ່ມທະວີຢ່າງສຸດຂີດດ້ວຍການຜັນຂະຫຍາຍກຳລັງຕຳຫຼວດ ແລະ ພາລະກອນປ້ອງກັນຄວາມສະຫງົບນັບພັນໆຄົນຢູ່ບັນດາເຂດມໍ່ກັບສຳນັກງານລັດຖະບານ, ແຫ່ງດຳເນີນການເຈລະຈາລະຫວ່າງ, ປະທານາທິບໍດີອາເມລິກາ Barack Obama ແລະ ທ່ານນາງນາຍົກລັດຖະມົນຕີຍິ່ງຮັກ ຊີນນາວັດ.