(vovworld) – ວັນທີ 7/8, ອາເມລິກາ ໃຫ້ຮູ້ວ່າ ການພົບປະຂັ້ນສູງລະຫວ່າງ ປະທານາທິບໍດີ ອາເມລິກາ Barack Obama ແລະ ປະທານາທິບໍດີ ລັດເຊຍ Vladimir Putin, ຄາດວ່າຈະດຳເນີນໄປຢູ່ ມົດສະກູ ໃນໄລຍະດຳເນີນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນອັນດັບໜຶ່ງຂອງໂລກ (ຈີ 20) ໃນວັນທີ 5 – 6/9 ຈະມາເຖິງຢູ່ St. Petersburg, ໄດ້ຖືກຍົກເລີກ.
ຕາມໂຄສົກທຳນຽບຂາວ Jay Carney ແລ້ວ, ການພົບປະດັ່ງກ່າວຖືກຍົກເລີກຍ້ອນຂາດຄວາມຄືບໜ້າໃນບັນດາບັນຫາລະຫວ່າງ ອາເມລິກາ - ລັດເຊຍ, ເຊິ່ງລວມມີລະບົບປ້ອງກັນລູກສອນໄຟ ແລະ ຄວບຄຸມອາວຸດ, ການພົວພັນດ້ານການຄ້າ, ຄວາມໝັ້ນຄົງທົ່ວໂລກ ກໍ່ຄືຄວາມເສຍຫວັງຂອງ ວໍຊິງຕັນ ຕໍ່ເລື່ອງ ມົດສະກູ ອະນຸຍາດໃຫ້ອະດີດພາລະກອນອົງການສືບລາຊະການລັບສູນກາງ ອາເມລິກາ Edward Snowden ອາໄສຊົ່ວຄາວຢູ່ ລັດເຊຍ ໃນເວລາ 1 ປີ.
ແຕ່ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Carney ແລ້ວ, ທ່ານປະທານາທິບໍດີ Barack Obama ຍັງຄົງມີແຜນການເຂົ້າຮ່ວມກອງປະຊຸມສຸດຍອດ ຈີ 20 ຢູ່ St. Petersburg.
ລັດເຊຍ ເສຍຫວັງຕໍ່ຂໍ້ຕົກລົງຂອງປະທານາທິບໍດີ ອາເມລິກາ ແຕ່ຖະແຫລງວ່າ ຍັງຄົງສືບຕໍ່ຮ່ວມມືກັບອາເມລິກາໃນບັນດາໂຄງການດຳເນີນງານສອງຝ່າຍ ແລະ ຫລາຍຝ່າຍ.