ປະທານາທິບໍດີ Barack Obama
ພາບ: internet
|
(vovworld) - ພາຍຫລັງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ອີກສະໄຫມຫນຶ່ງ, ປະທານາທິບໍດີ Barack Obama ມີບົດກ່າວປາໄສຕໍ່ຫນ້າບັນດາຜູ້ສະຫນັບສະຫນູນຢູ່ Chicago ດ້ວຍຄຳຮຽກຮ້ອງທົ່ວປວງຊົນຈົ່ງສາມັກຄີເພື່ອພ້ອມກັນນຳປະເທດ ອາເມລິກາ ກ້າວຂຶ້ນ. ທ່ານ ປະທານາທິບໍດີ Obama ໄດ້ເຕື້ອງເຖິງໂຄງການດຳເນີນງານໃນອາຍຸການທີສອງ ແລະ ຖືວ່າ: ຄວຈຳເປັນຕ້ອງມີການເຈລະຈາເພື່ອນຳປະເທດກ້າວຂຶ້ນ. ປະທານາທິບໍດີ Obama ໝັ້ນໝາຍຈະສົມທົບລະຫວ່າງພັກປະຊາທິປະໄຕ ແລະ ພັກສາທາລະນະລັດ ເພື່ອປັບປຸງກົດໝາຍສ່ວຍສາອາກອນ, ປະຕິຮູບກົດໝາຍວ່າດ້ວຍການເຂົ້າເມືອງ ແລະ ຫລຸດຜ່ອນການຂຶ້ນກັບແຫລ່ງນ້ຳມັນນຳເຂົ້າຈາກຕ່າງປະເທດ. ປະທານາທິບໍດີ ສະແດງຄວາມປາດຖະຫນາວ່າ ທັງສອງພັກ ຈະຮ່ວມມືເພື່ອພ້ອມກັນແກ້ໄຂຄວາມຫຍຸ້ງຍາກຂອງສະຫະລັດ ອາເມລິກາ. ປະທານາທິບໍດີ Obama ກ່າວວ່າ:
“ໂດຍບໍ່ຫົວຊາຕໍ່ຄວາມແຕກຕ່າງກັນ, ພວກເຮົາສ່ວນຫລາຍແບ່ງປັນຄວາມເຊື່ອໝັ້ນຕໍ່ອະນາຄົດຂອງສະຫະລັດ ອາເມລິກາ. ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະມານະພະຍາຍາມເພື່ອຜ່ານຜ່າຄວາມແຕກຕ່າງກັນ, ການຮ່ວມມືກັບລະຫວ່າງການນຳຂອງສອງພັກເພື່ອແກ້ໄຂສິ່ງທ້າທາຍຊື່ງພວກເຮົາ ສາມາດຮັບມື.”