ປະທານາທິບໍດີ Duterte ຮຽກຮ້ອງກອງທັບອາເມລິກາກະກຽມຖອນອອກຈາກຟິລິບປີນ
ທ່ານປະທານາທິບໍດີຟິລິບປີນ Rodrigo Duterte
(ພາບປະກອບ: newsinfo.inquirer.net)
(vovworld) - ວັນທີ 16/12, ໃນການກະທຳອາດຈະກໍ່ຄວາມເສຍຫາຍເຖິງການພົວພັນສຳພັນທະມິດ 2 ຝ່າຍອາເມລິກາ ແລະ ຟິລິບປີນ, ທ່ານປະທານາທິບໍດີຟິລິບປີນ Rodrigo Duterte ໄດ້ແຈ້ງໃຫ້ອາເມລິກາ ຊາບວ່າ ວໍຊິງເຕັນ ຕ້ອງກະກຽມໃຫ້ເລື່ອງຍົກເລີກສັນຍາຕົກລົງຮ່ວມມືດ້ານປ້ອງກັນຊາດສຳຄັນລະຫວ່າງ 2 ປະເທດ. ກ່າວຄຳເຫັນຕໍ່ການປະຊຸມຂ່າວ ພາຍຫຼັງການໄປປະຕິບັດງານຢູ່ກຳປູເຈຍ ແລະ ສິງກະໂປ, ທ່ານປະທານາທິບໍດີ Duterte ໄດ້ຖະແຫຼງວ່າ ອາເມລິກາ ຈົ່ງກະກຽມໃຫ້ເລື່ອງຍົກເລີກຂໍ້ຕົກລົງບັນດາກຳລັງຢ້ຽມຢາມຊຶ່ງກັນ ແລະ ກັນ, ເອກະສານຮ່ວມມືດ້ານປ້ອງກັນຊາດໂດຍທັນທີເຊິ່ງ 2 ປະເທດລົງນາມເມື່ອປີ 1998. ທ່ານກໍ່ຢືນຢັນວ່າ, ຟິລິບປີນ ສາມາດຄົງຕົວ “ຫາກບໍ່ຕ້ອງການເງິນທຶນຂອງອາເມລິກາ”, ພາຍຫຼັງອົງການອຸປະຖຳອາເມລິກາ ໂຈະຂໍ້ຕົກລົງສະໜອງເງິນໃຫ້ບັນດາໂຄງການຕ້ານໄພອຶດຫິວທຸກຍາກຢູ່ປະເທດນີ້.