ປະທານາທິບໍດີ Obama ຈະຮັກສາກຳລັງທະຫານ ອາເມລິກາຢູ່ອາບການິສະຖານຫລັງປີ2016
ທ່ານ B.Obama ປະທານາທິບໍດີ ອາເມລິກາ
|
(vovworld)- ບັນດາເຈົ້າຫນ້າທີ່ຂັ້ນສູງອາເມລິກາ ໃຫ້ຮູ້ວ່າ: ປະທານາທິບໍດີ ອາເມລິກາ B.Obama ຈະຮັກສາພົນທະຫານ ອາເມລິກາ 5.500 ຄົນ ຢູ່ ອາບການິສະຖານ ເມື່ອທ່ານສິ້ນສຸດອາຍຸການໃນປີ 2017. ເປັນອັນວ່າ ທ່ານ Obama ຈະຕໍ່ກຳນົດເວລາສິ້ນສຸດການເຂົ້າຮ່ວມການຕໍ່ສູ້ຂອງອາເມລິກາ ຢູ່ ອາບການິສະຖານ ແລະຈະມອບໂອນບັນຫານີ້ໃຫ້ຜູ້ສືບທອດ. ຕາມບັນດາເຈົ້າຫນ້າທີ່ດັ່ງກ່າວແລ້ວ, ເບື້ອງຕົ້ນ ປະທານາທິບໍດີ B. Obama ຄາດວ່າຈະຖອນພົນທະຫານເກືອບທັງໝົດໃນທ້າຍປີ 2016. ເຖິງຢ່າງໃດກໍຕາມ ໃນຫລາຍເດືອນຜ່ານມາ, ບັນດາການນຳກອງທັບ ອາເມລິກາ ໄດ້ໂຕ້ຖຽງກັນວ່າ ປະຊາຊົນ ອາບການິສະຖານ ຕ້ອງການໄດ້ຮັບການຊ່ວຍຫນູນຂອງ ອາເມລິກາ ຕື່ມອີກ ເພື່ອຍູ້ທະຫານກະບົດ ຕາລີບານ ໃຫ້ຖອຍໄປ ແລະ ຮັກສາບັນດາໝາກຜົນທີ່ບັນລຸໄດ້ໃນ 14 ປີຜ່ານມາ ດ້ວຍການຊ່ວຍເຫລືອຂອງ ວໍຊິຕັນ ຂຶ້ນເຖິງນັບຕື້ USD ກໍຄືການເສຍເລືອດເນື້ອຂອງພົນທະຫານ ອາເມລິກາ.