ປະທານາທິບໍດີ Rumania ຮຽກຮ້ອງ ຊຸກຍູ້ການຮ່ວມມືເສດຖະກິດກັບຫວຽດນາມ

ປະທານາທິບໍດີ Rumania ຮຽກຮ້ອງ ຊຸກຍູ້ການຮ່ວມມືເສດຖະກິດກັບຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ Traian Basescu
(ພາບ: AFP)

(vovworld) -     ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ Rumania Tran Xuan Thuy ຫາ​ກໍ​ຍືນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ຕໍ່​ທ່ານ​ປະທານາທິບໍດີ Traian Basescu. ພາຍຫຼັງ​ພິທີ​ຍືນ​ສານ​ຕາ​ຕັ້ງ​ເຊິ່ງດຳ​ເນີນ​ໄປ​ຢູ່​ສຳນັກງານ​ປະທາ​ນາ​ທິບໍດີ, ທ່ານ​ປະທານາທິບໍດີ Basescu ​ໄດ້​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ Tran Xuan Thuy ຢ່າງ​ສະໜິດສະໜົມ. ທີ່​ການ​ຕ​້ອນຮັບ, ທ່ານປະທານາທິບໍດີ Basescu ​ໄດ້​ສະ​ເໜີ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ Tran Xuan Thuy ຮ່ວມ​ມື​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ Rumania ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເພີ່ມ​ທະວີ, ​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ Rumania ​ແລະ ຫວຽດນາມ ​​ເລິກ​ເຊິ່ງຂຶ້ນ​ເຕີ່ມ.

        ສ່ວນ​ທ່ານ​​ເອກ​ອັກຄະ​ລັດຖະທູດ Tran Xuan Thuy ​​ໄດ້ສະ​ເໜີ​ໃຫ້ Rumania ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​​ການ​ເຄື່ອນ​ໄຫວ​ຈຳນວນ​ໜຶ່ງຢູ່​ສະຫະ​ປະຊາ​ຊາດ ​ແລະ ສະຫະພາບ​ເອີ​ລົບ. ​ທ່ານ​​ເອກ​ອັກຄະ​ລັດຖະທູດ Tran Xuan Thuy ​ໄດ້​ຢືນຢັນ​ວ່າ ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຢູ່ Rumania ທ່ານຈະ​ມານ​ະພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - Rumania, ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ການ​ຄ້າ.

ຂ່າວ/ບົດ​ອື່ນ