ປະທານາທິບໍດີObamaຢັ້ງຢືນຄວາມເຊື່ອໝັ້ນຕໍ່ອະນາຄົດຂອງອາເມລິກາ
ທ່ານ Barack Obama ,ປະທານາທິບໍດີ ອາເມລິກາ
(ພາບ: AFP/TTXVN)
|
(vovworld) – ຕອນຄ່ຳວັນທີ 10/1 ຕາມເວລາ ອາເມລິກາ (ກົງກັບຕອນເຊົ້າວັນທີ 11/1 ຕາມເວລາ ຫວຽດນາມ), ທ່ານ Barack Obama ,ປະທານາທິບໍດີ ອາເມລິກາຜູ້ໃກ້ຈະສິ້ນສຸດອາຍຸການ ມີບົດກ່າວປາໄສອຳລາຝາກເຖິງປະຊາຊົນອາເມລິກາ ຈາກນະຄອນບ້ານເກີດເມືອງນອນຂອງທ່ານ Chicago, ລັດ Illinois, ສິ້ນສຸດ 2 ອາຍຸການເປັນປະທານາທິບໍດີ ອາເມລິກາ. ບົດກ່າວປາໄສສຸດທ້າຍຂອງທ່ານປະທານາທິບໍດີ ອາເມລິກາ ຜູ້ທີ 44 ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຢ່າງແຮງຕໍ່ກຳລັງຄວາມສາມາດຂອງປະຊາຊົນ ອາເມລິກາ ໃນການນຳມາເຊິ່ງການປ່ຽນແປງອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ. ໃນບົດກ່າວປາໄສ, ທ່ານປະທານາທິບໍດີ Obama ໄດ້ເຕື້ອງເຖິງຫຼາຍບັນຫາ, ໃນນັ້ນມີຂົງເຂດການຕ່າງປະເທດ, ທ່ານເຕື້ອງເຖິງບັນດາຜົນງານການພົວພັນຕ່າງປະເທດໃນ 2 ອາຍຸການຂອງຕົນເມື່ອແກ້ໄຂວິກິດການນິວເຄຼຍ ອີຣານ ແລະ ເປີດໜ້າປະຫວັດສາດໃໝ່ໃນການພົວພັນກັບ ກູບາ. ທ່ານກໍ່ເຕື້ອງເຖິງບັນດາບາດກ້າວເຊິ່ງອຳນາດການປົກຄອງຂອງທ່ານບັນລຸໄດ້ໃນບັນຫາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ພະລັງງານສະອາດ. ທ່ານຮຽກຮ້ອງຕ້ອງກະທຳຫຼາຍກ່ວາອີກ ແລະ ມີບັນດາວິທີສຳພັດດີກ່ວາເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ຮັກສາສິ່ງແວດລ້ອມ. ສິ້ນສຸດບົດປາໄສ, ທ່ານ ປະທານາທິບໍດີ Obama ຮຽກຮ້ອງໃຫ້ປະຊາຊົນ ອາເມລິກາ ມີຄວາມເຊື່ອໝັ້ນຕໍ່ຄວາມສາມາດປ່ຽນແປງຂອງແຕ່ລະຄົນເພື່ອເຮັດໃຫ້ປະເທດ ອາເມລິກາ ເຂັ້ມແຂງກ່ວາ ແລະ ດີງາມກ່ວາອີກ.