(vovworld) - ຕອນເຊົ້າວັນທີ 22 ກັນຍາ, ຢູ່ແຂວງແຄ໋ງຮ່ວາ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ໜັງສື່ພິມປະຊາຊົນ ແລະ ຄະນະກຳມະການປະຊາຊົນແຂວງແຄ໋ງຮ່ວາ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຍ້ອງຍໍຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ດີເດັ່ນ ໃນພາລະກິດປົກປັກຮັກສາເຂດຊາຍແດນ, ທະເລ, ເກາະ. ເຂົ້າຮ່ວມກອງປະຊຸມ ມີຜູ້ແທນ 400 ຄົນເຊິ່ງແມ່ນຜູ້ມີຄຸນງາມຄວາມດີ ແລະ ພວມປະຕິບັດໜ້າທີ່ປັກປັກຮັກສາເຂດຊາຍແດນ, ທະເລ, ເກາະຂອງປະເທດຊາດ ແລະ ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຕາງໜ້າໃຫ້ກວ່າ 8,8 ລ້ານຄົນຜູ້ທີ່ມີຄຸນງາມຄວາມດີໃນທົ່ວປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ປະທານແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ຢືນຢັນວ່າ, ກອງປະຊຸມຍ້ອງຍໍຄັ້ງນີ້ ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງ, ສັງຄົມທີ່ໃຫຍ່ຫຼວງ, ສະແດງນ້ຳໃຈ, ຄວາມຮັບຜິດຊອບ, ຄວາມຮູ້ບຸນຄຸນອັນເລີກເຊິ່ງຂອງພັກ, ລັດ ແລະ ປະຊາຊົນ ທີ່ມີຕໍ່ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ບັນດາຜູ້ທີ່ໄດ້ເສຍຫຼະເລືອດເນື້ອເພື່ອເອກະລາດ, ເສລີພາບຂອງປະເທດຊາດ.
“ຕໍ່ໜ້າວິນຍານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດກວ່າ 1 ລານຄົນ ແລະ ດ້ວຍຄວາມຮັບຜິດຊອບທີ່ມີຕໍ່ທະຫານເສຍອົງຄະ, ບັນດາແມ່ຫວຽດນາມ ວິລະຊົນ, ບັນດາຜູ້ປະສົບເຄາະຮ້າຍຈາດທາດພິດສີສົ້ມດີໂອຊິນ 8 ແສນຄົນ, ພວກເຮົາຕ້ອງພະຍາຍາມສູ້ຊົນຜັນຂະຫຍາຍລາຍການພິເສດ. ສະຫຼຸບ ແລະ ກວດກາ 2 ປີແຫ່ງ ການປະຕິບັດນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີ ແລະ ລາຍງານຕໍ່ສະພາແຫ່ງຊາດ, ລັດຖະບານ ເພື່ອຮອດປີ 2015, ປະຕິບັດໃຫ້ໄດ້ຈຸດໝາຍທຸກຄອບຄົວຜູ້ທີ່ມີຄຸນງາມຄວາມດີຫຼຸດຜົ້ນອອກຈາກຄວາມທຸກຍາກ, ທຸກຄອບຄົວຜູ້ມີຄຸນງາມຄວາມດີບໍ່ຕ້ອງຢູ່ໃນມີເຮືອນຊົ່ວຄາວອີກ”.