ປະ​ທານ AU ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຢູ່ ໂຊ​ມາ​ລີ ຈົ່ງ​ອົດ​ກ​ັ້ນ​ຢ່າງ​ສຸດ​ຂີດ

(VOVWORLD) -ທ່ານເນັ້ນໜັກວ່າ AU ຈະສືບຕໍ່ເພີ່ມທະວີການໜູນຊ່ວຍ, ມຸ່ງໄປເຖິງສັນຕິພາບທີ່ຍາວນານ ແລະ ສະຖຽນລະພາບທີ່ດ້ານການເມືອງ ຢູ່ໂຊມາລີ.



ປະ​ທານ AU ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຢູ່ ໂຊ​ມາ​ລີ ຈົ່ງ​ອົດ​ກ​ັ້ນ​ຢ່າງ​ສຸດ​ຂີດ - ảnh 1ທ່ານ Moussa Faki Mahamat ປະທານຄະນະກຳມະການ ສະຫະພາບ ອາບຟຼິກກາ  (ພາບ: TTXVN)

ວັນທີ 30 ທັນວາ, ທ່ານປະທານຄະນະກຳມະການ ສະຫະພາບ ອາບຟຼິກກາ (AU), ທ່ານ Moussa Faki Mahamat ໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບຄວາມເຄັ່ງຕຶງທາງການເມືອງທີ່ພວມເກີດຂຶ້ນຢູ່ໂຊມາລີ. ທ່ານ Mahamat ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນຢ່າງສຸດຂີດ, ພ້ອມທັງເນັ້ນໜັກວ່າ ທ່ານປະທານາທິບໍດີ ແລະ ທ່ານນາຍົກລັດຖະມົນຕີ ໂຊມາລີ ຕ້ອງສືບຕໍ່ໃຫ້ຄຳໝັ້ນສັນຍາ ແລະ ເຈລະຈາເພື່ອຊອກຫາວິທີການແກ້ໄຂດ້ານການເມືອງໃຫ້ແກ່ສະພາບການໃນປັດຈຸບັນ.

ທ່ານເນັ້ນໜັກວ່າ AU ຈະສືບຕໍ່ເພີ່ມທະວີການໜູນຊ່ວຍ, ມຸ່ງໄປເຖິງສັນຕິພາບທີ່ຍາວນານ ແລະ ສະຖຽນລະພາບທີ່ດ້ານການເມືອງ ຢູ່ໂຊມາລີ.

ໃນສະພາບການຄວາມເຄັ່ງຕຶງດ້ານການເມືອງນັບມື້ນັບເພີ່ມຂຶ້ນ, ວັນທີ 27 ທັນວາ, ທ່ານປະທານາທິບໍດີ ໂຊມາລີ Mahamed Farmajo, ໄດ້ປົດຕຳແໜ່ງທ່ານນາຍົກລັດຖະມົນຕີ Mahamed Roble ຍ້ອນບັນດາຂໍ້ກ່າວຫາສໍ້ລາດບັງຫຼວງ ແລະ ນຳໃຊ້ທີ່ດິນຜິດເປົ້າໝາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ