ປະທານ AU ຮຽກຮ້ອງໃຫ້ບັນດາປະເທດສະມາຊິກເພີ່ມທະວີການຮ່ວມມື

(VOVWORLD) -ກອງປະຊຸມສຸດຍອດສະຫະພາບອາຟະລິກາ (AU) ຄັ້ງທີ 29 ໄດ້ສິ້ນສຸດລົງໃນວັນທີ 04 ກໍລະກົດ, ພາຍຫຼັງທີ່ເຮັດວຽກເປັນເວລາ 2 ວັນ, ດ້ວຍຄຳຮຽກຮ້ອງໃຫ້ບັນດາປະເທດສະມາຊິກຮ່ວມມືຢ່າງແໜ້ນແຟ້ນກວ່າ ເພື່ອແກ້ໄຂບັນດາບັນຫາສຳຄັນຂອງພາກພື້ນ ແລະ ທົ່ວໂລກ.

ປະທານ AU ຮຽກຮ້ອງໃຫ້ບັນດາປະເທດສະມາຊິກເພີ່ມທະວີການຮ່ວມມື - ảnh 1 ທ່ານປະທານ AU, Alpha Conde

(ພາບປະກອບ: chronicle.co.zw)

ໃນຖະແຫຼງການອັດກອງປະຊຸມ ຢູ່ນະຄອນຫຼວງ Addis Ababa ຂອງ ເອທີໂອປິ, ທ່ານປະທານ AU, Alpha Conde, ປະທານາທິບໍດີປະເທດສ. ເອທີໂອປິ, ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກເພີ່ມທະວີການຮ່ວມມື ແລະ ຄວາມສາມັກຄີເພື່ອແກ້ໄຂບັນດາບັນຫາກ່ຽວກັບການພັດທະນາ, ສັນຕິພາບ ແລະ ຄວາມສະຫງົບ. ທ່ານ Conde ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຈຳເປັນວ່າ ບັນດາປະເທດອາຟະລິກາ ຕ້ອງມີສຽງເວົ້າລວມໃນບັ້ນຮົບຕ້ານການກໍ່ການຮ້າຍ, ກໍ່ຄືສະກັດກັ້ນກະແສຟອງຊາວອົບພະຍົບ ເຊິ່ງຕາມທ່ານແລ້ວ ນັ້ນແມ່ນສາຍເຫດພາໃຫ້ພາກພື້ນນີ້ສູນເສຍກຳລັງຜູ້ອອກແຮງງານທີ່ສຳຄັນນັ້ນແມ່ນໄວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ