ປະທານ Raul Castro: ຮັກສາການປະຕິວັດ ໃນເຄິ່ງສະຕະວັດ ຜັນງານມະຫັດສະຈັນ
ທ່ານປະທານ Raul Castro
(ພາບ: dantri.com)
(vovworld) - ວັນທີ 26/7, ຢູ່ສະໜາມຫຼວງປະຕິວັດ Mariana Grajales ຂອງແຂວງ Goantanamo, ພາກຕາເວັນອອກ ກູຍບາ, ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງຢ່າງສົມກຽດ ເພື່ອສະເຫຼີມສະຫຼອງ 59 ປີແຫ່ງວັນບຸກໂຈມຕີຖານທີ່ໝັ້ນ Moncada ແລະ Carlos Manuel de Cespedes ຫຼື ເອີ້ນວ່າ: ວັນລຸກຮືຂຶ້ນປະກອບອາວຸດ ກູຍບາ (26/7/1953 – 26/7/2012), ເລີ່ມຕົ້ນຂະບວນວິວັດການຕໍ່ສູ້ປະຕິວັດ ເພື່ອເອກະລາດແຫ່ງຊາດ ຢູ່ປະເທດເກາະ ກາຣີເບ ນີ້. ກ່າວຄຳເຫັນນະພິທີ, ທ່ານປະທານ Raul Castro ໃຫ້ຮູ້ວ່າ: ຮັກສາການປະຕິວັດ ແລະ ສູ້ຢັນຕໍ່ຄວາມກົດດັນຂອງຈັກກະພັດໃນຕະຫຼອດເຄິ່ງສະຕະວັດຜ່ານມາແມ່ນ ຜັນງານມະຫັດສະຈັນຂອງປະຊາຊົນ ກູຍບາ. ດັ່ງນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນສາມັກຄີ, ສືບຕໍ່ມານະພະຍາຍາມຜັນຂະຫຍາຍປະຕິບັດແນວທາງນະໂຍບາຍເສດຖະກິດ - ສັງຄົມ ທີ່ໄດ້ຮັບຮອງເອົາທີ່ກອງປະຊຸມໃຫຍ່ຄັ້ງທີ 6 ພັກກອມມູນິດ ກູຍບາ, ຢືດໝັ້ນເສັ້ນທາງຂອງຕົນດ້ວຍບັນດາບາດກ້າວເດີນຢ່າງບໍ່ຟ້າວຟັ່ງ ແຕ່ກໍບໍ່ຢຸດເຊົາ. ການນຳ ກູຍບາ ກໍຮັບຮູ້ວ່າ: ຍັງມີຄວາມຫຍຸ້ງຍາກ ແລະ ການທ້າທາຍຫຼາຍຢ່າງ ພວມລໍຖ້າຢູ່ເບື້ອງໜ້າ ແຕ່ວ່າ ປະຊາຊົນກູຍບາ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດສຳເລັດວິວັດທະນາການປັບປຸງຮູບແບບເສດຖະກິດ, ກ້າວເດີນບົນເສັ້ນທາງສັງຄົມນິຍົມຢ່າງໝັ້ນຄົງ.