ປະເທດແດນມາກຈະມີລັດຖະບານສຳພັນທະມິດໃໝ່
ທ່ານນາຍົກລັດຖະມົນຕີ ແດນມາກ Lars Loekke Rasmusse
(vovworld) – ວັນທີ 27/11, ທ່ານນາຍົກລັດຖະມົນຕີ ແດນມາກ Lars Loekke Rasmusse ໃຫ້ຮູ້ວ່າ: ພັກເສລີຂອງທ່ານໄດ້ເຫັນດີເປັນເອກະພາບຈະສ້າງຕັ້ງລັດຖະບານໃໝ່ດ້ວຍ 2 ພັກທີ່ແຕກຕ່າງກັນ. ພາຍຫຼັງການພົບປະກັບບັນດາການນຳຂອງພັກສຳພັນທະມິດເສລີກາງຂວາ ແລະ ພັກນິຍົມຮັກສາເດີມ, ທ່ານ Lars Loekke Rasmusse ຢັ້ງຢືນວ່າສຳພັນທະມິດລະຫວ່າງ 3 ພັກ ຈະຊ່ວຍໃຫ້ ແດນມາກ ມີຄວາມເສລີ, ຮັ່ງມີ ແລະ ມີຄວາມປອດໄພກ່ວາ. ຄາດວ່າ, ລັດຖະບານໃໝ່ຈະສາບານຕົວເຂົ້າດຳລົງຕຳແໜ່ງໃນວັນທີ 28/11.
ນັບແຕ່ການເລືອກຕັ້ງໃນປີ 2015, ລັດຖະບານ ແລະ ພັກເສລີເດີນຕາມແນວທາງກາງຂວາຂອງທ່ານ Lars Loekke Rasmusse, ຮັກສາພຽງ 34 ໃນຈຳນວນ 179 ທີ່ນັ່ງໃນສະພາແຫ່ງຊາດ ແດນມາກ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ Lars Loekke Rasmusse ຈຳເປັນຕ້ອງຮ່ວມສຳພັນກັບບັນດາພັກຝ່າຍອື່ນໆເພື່ອສ້າງຕັ້ງລັດຖະບານສຳພັນທະມິດ, ເພື່ອຫຼີກລ້ຽງໃຫ້ ແດນມາກ ດຳເນີນການເລືອກຕັ້ງຄັ້ງໃໝ່ຕື່ມອີກ.