ປາກິດສະຖານ: ຄວາມໝັ້ນຄົງທີ່ນັບມື້ນັບຂາດສະຖຽນລະພາບ ພາຍຫຼັງທ່ານອະດີດນາຍົກລັດຖະມົນຕີ Imran Khan ຖືກກັກຕົວ
(VOVWORLD) - ຄະນະການນຳພັກ PTI ໄດ້ກ່າວປະນາມຢ່າງແຮງ ຕໍ່ການກັກຕົວ ທ່ານ Imran Khan ແລະ ຮຽກຮ້ອງການກະທຳທາງດ້ານນິຕິກຳຂອງບັນດາອົງການປະຕິບັດກົດໝາຍຂອງ ປາກິດສະຖານແມ່ນ ການລຸກຂຶ້ນຂອງລັດທິຟາດຊິດ”.
ທ່ານອະດີດນາຍົກລັດຖະມົນຕີ Imran Khan (ພາບ: TTXVN)
|
ວັນທີ 10 ພຶດສະພາ, ພັກ PTI ຝ່າຍຄ້ານຢູ່ ປາກິດສະຖານ ໄດ້ອອກຄຳຮຽກຮ້ອງຢຸດງານທົ່ວປະເທດ ເພື່ອຄັດຄ້ານການກັກຕົວທ່ານອະດີດນາຍົກລັດຖະມົນຕີ Imran Khan, ເຊິ່ງແມ່ນການນຳສູງສຸດຂອງພັກນີ້ໃນວັນທີ 9 ພຶດສະພາ. ຄະນະການນຳພັກ PTI ໄດ້ກ່າວປະນາມຢ່າງແຮງ ຕໍ່ການກັກຕົວ ທ່ານ Imran Khan ແລະ ຮຽກຮ້ອງການກະທຳທາງດ້ານນິຕິກຳຂອງບັນດາອົງການປະຕິບັດກົດໝາຍຂອງ ປາກິດສະຖານແມ່ນ ການລຸກຂຶ້ນຂອງລັດທິຟາດຊິດ”.
ໃນລະຫວ່າງວັນທີ 9 – 10 ພຶດສະພາ, ບັນດາສະມາຊິກຊອງ PTI ໄດ້ແຫ່ຂະບວນປະທ້ວງຄັດຄ້ານຢູ່ຫຼາຍນະຄອນຂອງ ປາກິດສະຖານ ຄືນະຄອນຫຼວງ Islamabad, Rawalpindi, Lahore, Karachi, Peshawar… ຕຳຫຼວດຕ້ອງນຳໃຊ້ ແກ໊ສນ້ຳຕາເພື່ອຢຸດບຸກຄົນຫົວຮຸນແຮງທີ່ສ້າງຄວາມວຸ້ນວາຍຢູ່ຖະໜົນ ແລະ ກັກຕົວໄດ້ 1000 ຄົນ ຢູ່ແຂວງ Punjab.
ແລະກໍ່ໃນວັນທີ 10 ພຶດສະພາ, ທ່ານ Farhan Haqcho ໂຄສົກ ສປຊ ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຫວັງວ່າ ທຸກຝ່າຍຢູ່ ປາກິດສະຖານຈົ່ງຈຳກັດການໃຊ້ຄວາມຮຸນແຮງ, ພ້ອມທັງເລັ່ງວົງການເຈົ້າໜ້າທີ່ປາກິດສະຖານ “ເຄົາລົບການປະຕິບັດການດຳເນີນຄະດີ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີ” ສຳລັບທ່ານອະດີດນາຍົກລັດຖະມົນຕີ Khan.