ປາກີສະຖານຈະພິພາກສາ ອະດີດປະທານາທິບໍດີ Musharraf ດ້ວຍໂທດ ທໍລະຍົດຕໍ່ຊາດ
ອະດີດປະທານາທິບໍດີ Pervez Musharraf
(ພາບ: Reuters )
(vovworld)- ວັນທີ 17/11, ທ່ານ Chaudhry Nisar Ali Khan ລັດຖະມົນຕີກະຊວງພາຍໃນປາກີສະຖານ ປະກາດວ່າ: ປະເທດນີ້ຈະນຳອະດີດປະທານາທິບໍດີ Pervez Musharraf ຂື້ນສານພິພາກສາດ້ວຍໂທດທໍລະຍົດຕໍ່ຊາດ ຍ້ອນຢຸດຕິລັດຖະທຳມະນູນ ແລະ ປະກາດສະພາວະສຸກສີນເມື່ອປີ 2007. ຮູບການລົງໂທດສູງສຸດໃຫ້ໂທດທໍລະຍົດຕໍ່ຊາດຢູ່ປາກີສະຖານອາດຈະແມ່ນຈຳຄຸກຕະຫຼອດຊີວິດ ຫຼືປະຫານຊີວິດ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດປາກີສະຖານ ທີ່ອະດີດປະທານາທິບໍດີທ່ານໜຶ່ງຖືກພິພາກສາ ແລະ ຄຳຕັດສິນນີ້ແມ່ນເພື່ອຜົນປະໂຫຍດຂອງປະເທດຊາດ. ທ່ານ Pervez Musharraf ກັບເມືອປະເທດເມື່ອເດືອນ 3/2013 ຜ່ານມາເພື່ອອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີພາຍຫຼັງໄດ້ພັດຖິ່ນເປັນເວລາເກືອບ 4 ປີ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານຖືກຈຳກັດທີ່ຢູ່ນັບແຕ່ເດືອນ 4/2013 ພາຍຫຼັງຖືກຕຳຫຼວດຊອບຖາມກ່ຽວກັບຄຳກ່າວຫາສວຍໃຊ້ສິດອຳນາດໃນໄລຍະເວລາກຳອຳນາດນັບແຕ່ປີ 1999-2008./.