ປາແລດສຕິນແຈ້ງຈຸດເວລາສືບສວນສອບສວນອິດສຣາແອນຢູ່ ICC
(ພາບປະກອບ: AFP/TTXVN)
(vovworld) – ວັນທີ 20/05, ທ່ານເອກອັກຄະລັດຖະທູດປາແລດສຕິນ ປະຈຳໂຮນລັງ Nabil Abu Zneid ໃຫ້ຮູ້ວ່າ, ປາແລດສຕິນ ຈະດຳເນີນການສືບສວນສອບສວນ 2 ຄະດີຮ້ອງຟ້ອງອິດສຣາແອນ ຢູ່ສານອາຍາສາກົນ (ICC) ຢູ່ La Hay ໃນວັນທີ 25/06 ຈະມາເຖິງ. ກ່າວຄຳເຫັນຢູ່ວິທະຍຸກະຈາຍສຽງ “ສຽງເວົ້າປາແລດສຕິນ”, ທ່ານ Zneid ຊີແຈ້ງວ່າ: 2 ຄະດີຮ້ອງຟ້ອງດັ່ງກ່າວກ່ຽວຂ້ອງເຖິງເລື່ອງອິດສຣາແອນ ກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຟັ່ງຕາເວັນຕົກແມ່ນ້ຳ ຈໍແດນ ແລະ ບັ້ນຮົບການທະຫານເຊິ່ງອິດສຣາແອນປຸກລະດົມຢູ່ເຂດກາຊາ ໃນລະດູຮ້ອນປີ 2014. ຄາດວ່າ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດປາແລດສຕິນ Reyad el Malki ຈະນຳໜ້າຄະນະຜູ້ແທນຂັ້ນສູງຂອງ ປາແລດສຕິນ ສືບສວນສອບສວນອິດສຣາແອນຢູ່ ICC.