ປາແລດສຕິນ ກ່າວເຕື່ອນການພົວພັນກັບອິດສຣາແອນ ຊົ່ວຮ້າຍລົງຢ່າງຮ້າຍແຮງ
(ພາບປະກອບ)
(vovworld) – ວັນທີ 19/01, ທ່ານຫົວໜ້າຄະນະເຈລະຈາສັນຕິພາບຂອງປາແລດສຕິນ Saeb Erakat, ຖະແຫຼງວ່າ ການພົວພັນລະຫວ່າງ ປາແລດສຕິນ ແລະ ອິດສຕາແອນ ໄດ້ຕົກຢູ່ໃນລະດັບ “ບໍ່ສາມາດປັບປຸງໄດ້” ພາຍຫຼັງທີ່ Tel Aviv ຕົກລົງໂຈະການມອບສົ່ງເງິນພາສີໃຫ້ອຳນາດການປົກຄອງປາແລດສຕິນ (PA). ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະບັນດາເຈົ້າໜ້າທີ່ການທູດຕ່າງປະເທດຢູ່ຝັ່ງຕາເວນຕົກແມ່ນ້ຳຈໍແດນ, ທ່ານ Erakat ເນັ້ນໜັກວ່າ, ອິດສຣາແອນພວມປະຕິບັດມາດຕະການລົງໂທດລວມສຳລັບຊາວປາແລດສຕິນ. ຕາມທ່ານແລ້ວ, ການພົບພັນລະຫວ່າງ ປາແລດສຕິນ ແລະ ອິດສຕາແອນ ບໍ່ສາມາດກັບຄືນສູ່ໄລຍະທີ່ເມື່ອປາແລດສຕິນ ຍື່ນໃບຮ້ອງຂໍເຂົ້າເປັນສະມາຊິກບັນດາສົນທິສັນຍາ ແລະ ອົງການຈັດຕັ້ງສາກົນ, ໃນນັ້ນມີສານອາຍາສາກົນ (ICC). ທ່ານກໍ່ເຕື້ອງເຖິງບັນດາການກະທຳນາບຂູ່ຂອງອິດສຣາແອນ ສືບຕໍ່ການນຳ ແລະ ປະຊາຊົນປາແລດສຕິນ, ພ້ອມທັງກະຕຸກຊຸກຍູ້ Tel Aviv ໃຫ້ຄຳໝັ້ນສັນຍາປະຕິບັດບັນດາສົນທິສັນຍາສາກົນ.