ເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ
(ພາບ: voatiengviet.com)
(vovworld) - ວັນທີ 11 ສິງຫາ, ປາແລດສຕິນ, ໄດ້ຖະແຫຼງແຜນການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃໝ່ຂອງ ອິດສຣາແອນ ເຊິ່ງຫາກໍ່ປະກາດໃນວັນດຽວກັນ ໂດຍຊີ້ໃຫ້ເຫັນວ່າ ອິດສຣາແອນ ບໍ່ເຂັ້ມງວດໃນການເຈລະຈາສັນຕິພາບ. ໃນຖະແຫຼງການສະບັບໜຶ່ງ, ນັກເຈລະຈາປາແລດສຕິນ Mohammed Shtayeh ຖືວ່າ ເລື່ອງອິດສຣາແອນ ເຊື້ອເຊີນເຂົ້າຮ່ວມການປະມູນກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ Jerusalem ຕາເວັນອອກ ໄດ້ສະແດງໃຫ້ເຫັນວ່າ ອິດສຣາແອນ “ບໍ່ເຂັ້ມງວດໃນການເຈລະຈາ”. ຈຸດໝາຍຂອງອິດສຣາແອນ ແມ່ນອະນຸມັດຜ່ານການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢ່າງໜາແໜ້ນນີ້ແມ່ນເພື່ອທຳລາຍພື້ນຖານມາດຕະການແກ້ໄຂເຊິ່ງວົງຄະນະຍາດສາກົນຮຽກຮ້ອງ, ຕາມນັ້ນແລ້ວ ແມ່ນສ້າງຕັ້ງລັດປາແລດສຕິນ ຕາມເສັ້ນຂີດຂັ້ນສາຍແດນປີ 1967. ປາແລດສຕິນ ໄດ້ຍົກອອກຖະແຫຼງການດັ່ງກ່າວພາຍຫຼັງກະຊວງເຮືອນຢູ່ອິດສຣາແອນ ໄດ້ຖະແຫຼງກະກຽມການເຊື້ອເຊີນເຂົ້າຮ່ວມການປະມູນກໍ່ສ້າງເຮືອນຢູ່ 800 ຫຼັງຢູ່ Jerusalem ຕາເວັນອອກ ແລະ ເຮືອນຢູ່ 400 ຫຼັງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພຽງແຕ່ 3 ວັນກ່ອນດຳເນີນຮອບເຈລະຈາສັນຕິພາບຄັ້ງໃໝ່ກັບປາແລດສຕິນ.