(vovworld) – ວັນທີ 01/04, ປາແລດສຕິນ ໄດ້ເຂົ້າເປັນສະມາຊິກຂອງສານອາຍາສາກົນ (ICC) ຢ່າງເປັນທາງການ. ເລື່ອງເຂົ້າເປັນສະມາຊິກ ICC ຂອງປາແລດສຕິນ ຖືກດຳເນີນໄປໃນພິທີລັບທີ່ສຳນັກງານ ICC ຢູ່ La Hay, ປະເທດໂຮນລັງ, ພາຍຫຼັງທີ່ປາແລດສຕິນ ເຂົ້າຮ່ວມກົດລະບຽບ Rome ເປັນເວລາ 90 ວັນ. ຕາມທ່ານ Mansour ແລ້ວ, ປາແລດສຕິນ ຖືນີ້ແມ່ນບາດກ້າວຄຳຄັນ ເພື່ອແນໃສ່ນຳມາເຊິ່ງຄວາມຍຸຕິທຳໃຫ້ຜູ້ເສຍຊີວິດທຸກຄົນ ຍ້ອນການຢຶດຄອງຂອງອິດສຣາແອນ. ວົງການນັກໄຈ້ແຍກຖືວ່າ, ເລື່ອງເຂົ້າຮ່ວມ ICC ແມ່ນພາກສ່ວນໜຶ່ງໃນຍຸດທະສາດຂອງປາແລດສຕິນ ເພື່ອແນໃສ່ສ້າງຄວາມກົດດັນບັງຄັບໃຫ້ ອິດສຣາແອນ ຖອນອອກຈາກເຂດດິນແດນທີ່ພວມຢືດຄອງ ແລະ ຮັບຮູ້ສ້າງຕັ້ງການພົວພັນຖານບ້ານໃກ້ເຮືອນຄຽງກັບປາແລດສຕິນ. ພາຍຫຼັງເຂົ້າເປັນສະມາຊິກ ICC, ອຳນາດການປົກຄອງປາແລດສຕິນ ສາມາດຟ້ອງຮ້ອງຂຶ້ນສານດັ່ງກ່າວ ເພື່ອສັ່ງຟ້ອງບັນດາເຈົ້າໜ້າທີ່ອິດສຣາແອນ, ລວມທັງບັນດານັກການເມືອງ ແລະ ວົງການເຈົ້າໜ້າທີ່ກອງທັບ, ກ່ຽວກັບໂທດກຳທີ່ເຂົ້າເຈົ້າໄດ້ກໍ່ຂຶ້ນຢູ່ເຂດດິນແດນຂອງປາແລດສຕິນ. ອິດສຣາແອນ ບໍ່ແມ່ນສະມາຊິກຂອງ ICC ແຕ່ບັນດາພົນລະເມືອງຂອງປະເທດນີ້ອາດສາມາດສັ່ງຟ້ອງ.