ປ່ຽນແປງຊີວິດທາງດ້ານວັດຖຸ,ຈິດໃຈຜ່ານການກໍ່ສ້າງຊົນນະບົດໃໝ່,ຕົວເມືອງສີວິໄລ
ການເຈລະຈາໃນວັນທີ 3/4
(ພາບ: ຢູຍບ໋າວ/ລາວໂດ້ງຖູໂດ)
|
(vovworld) - ວັນທີ 3/4, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຈລະຈາກັບອົງການສະມາຊິກ, ຈັດແບ່ງວຽກງານການປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”. ການເຈລະຈາໄດ້ສົມທົບກັນຈັດຕັ້ງລະຫວ່າງບັນດາຝ່າຍເພື່ອແນໃສ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນເພື່ອປະຕິບັດການຂົນຂວາຍບົນພື້ນຖານເສີມຂະຫຍາຍລັກສະນະເປັນເຈົ້າການຢ່າງມີຫົວຄິດປະດິດສ້າງຂອງແຕ່ລະອົງການສະມາຊິກ. ທີ່ກອງປະຊຸມ, ປະກອບຄຳເຫັນໃສ່ເນື້ອໃນແນະນຳການເຈລະຈາສົມທົບກັນປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”, ທ່ານ ເລ່ວຫວູດ່ຽວ, ຮອງປະທານສະມາຄົມຊາວກະສິກອນ ຫວຽດນາມ ຢັ້ງຢືນວ່າ:
“ເພື່ອກໍ່ສ້າງບັນດາໜ່ວຍສະຫະກອນ ກ່ອນອື່ນໝົດຕ້ອງມີການຮ່ວມສຳພັນລະຫວ່າງບັນດາຄອບຄົວນຳກັນ. ຈຸດສຸມແມ່ນບັນດາຄອບຄົວຊາວກະສິກອນເກັ່ງ ຈາກນັ້ນຈຶ່ງສ້າງຕັ້ງບັນດາໜ່ວຍສະຫະກອນ. ເມື່ອໜ່ວຍສະຫະກອນຮ່ວມສຳພັນ, ຕິດພັນນຳກັນແລ້ວ ນີ້ຈະແມ່ນປະຖົມປັດໄຈພັດທະນາເປັນສະຫະກອນ. ຖ້າບໍ່ມີໜ່ວຍສະຫະກອນ ການສ້າງຕັ້ງສະຫະກອນທົ່ວຕາແສງ ຍັງຈະແມ່ນຮູບແບບເກົ່າ. ບັນດາຮູບແບບການກໍ່ສ້າງບົນພື້ນຖານຄວາມສະສະໝັກໃຈ ເພື່ອຜົນປະໂຫຍດ ຂອງເຂົາເຈົ້າຮ່ວມສຳພັນນຳກັນ ຄືແນວນັ້ນສະຫະກອນຈຶ່ງຍືນຍົງໄດ້”