ປ່​ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ​ດ້ວຍ​ຫົວ​ຂໍ້ “ຫັນ​ການ​ລົງ​ທຶນ Startup ​ໃນ​ພາກ​ພື້ນ​ອາ​ຊຽນເປັນ​ດີ​ຈີ​ຕອນ”

(VOVWORLD) -ຕອນບ່າຍວັນທີ 25 ພະຈິກ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ສົມທົບກັບກອງທຶນລົງທຶນຜະຈົນໄພ VinaCapital Ventures ແລະ ຄະນະຈັດຕັ້ງການແຂ່ງຂັນ Startup Vietchallenge ຈັດຕັ້ງ “ວັນບຸນປ່ຽນແປງໃໝ່, ປະດິດຄິດສ້າງ ນະຄອນຫຼວງ - ຫັນການລົງທຶນອາຊຽນເປັນດີຈີຕອນ ແລະ ການແຂ່ງຂັນ Startup ປະດິດຄິດສ້າງ VinaCapital Ventures Vietchallenge ຮອບຊີງຊະນະເລີດ”.
ປ່​ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ​ດ້ວຍ​ຫົວ​ຂໍ້ “ຫັນ​ການ​ລົງ​ທຶນ Startup ​ໃນ​ພາກ​ພື້ນ​ອາ​ຊຽນເປັນ​ດີ​ຈີ​ຕອນ” - ảnh 1ທ່ານ ເວືອງດິ່ງເຫ້ວ ເລຂາຄະນະພັກນະຄອນຮ່າໂນ້ຍກ່າວຄຳເຫັນທີ່ວັນບຸນ (ພາບ: TTXVN) 

ວັນບຸນໄດ້ເຕົ້າໂຮມເອົາກອງທຶນຜະຈົນໄພ ກ່ວາ 100ແຫ່ງ ທັງຢູ່ພາຍໃນ ແລະຕ່າງປະເທດ, ມີກຸ່ມບໍລິສັດເສດຖະກິດແຖວໜ້າ ຫວຽດນາມ ກ່ວາ 20 ແຫ່ງ, ມີສະມາຄົມນັກສຶກສາ ຫວຽດນາມ ຢູ່ຕ່າງປະເທດກ່ວາ 10 ສະມາຄົມ…ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສ້າງກາລະໂອກາດໃຫ້ແກ່ວິສາຫະກິດ Startup  ປ່ຽນແປງໃໝ່ປະດິດຄິດສ້າງ ໄດ້ສຳຜັດກັບບັນດາກອງທຶນລົງທຶນຕ່າງປະເທດ, ພ້ອມທັງແນະນຳພາບພົດຂອງນະຄອນຮ່າໂນ້ຍຄືດັ່ງຈຸດນັດພົບແຫ່ງການລົງທຶນທີ່ມີຄວາມດູດດື່ມພາຍຫຼັງ ໂລກລະບາດໂຄວິດ - 19. ກ່າວຄຳເຫັນທີ່ລາຍການ, ທ່ານ ເວືອງດິ່ງເຫ້ວ ເລຂາຄະນະພັກນະຄອນຮ່າໂນ້ຍສະເໜີວ່າ:

ບັນດາສະມາຊິກຊາວໜຸ່ມສືບຕໍ່ຄົ້ນຄ້ວາວິທະຍາສາດ, ປະຕິບັດຄວາມຄາດຫວັງປ່ຽນແປງໃໝ່ປະດິດຄິດສ້າງ, ຊອກຫາບັນດາວິທີການໃໝ່ໃຫ້ແກ່ບັນດາບັນຫາຂອງນະຄອນຫຼວງ. ການນຳນະຄອນຍາມໃດກໍ່ຈະໜູນຊ່ວຍ, ຮ່ວມເດີນທາງກັບພວກເພື່ອນໃນວິວັດທະນາການ Startup ປ່ຽນແປງໃໝ່ປະດິດຄິດສ້າງ. ໃນໄລຍະຈະມາເຖິງ, ນະຄອນຈະມີຫຼາຍວິທີການແກ້ໄຂສຳຄັນຄືສ້າງຕັ້ງ ແລະ ພັດທະນາພື້ນຖານປ່ຽນແປງໃໝ່ປະດິດຄິດສ້າງແບບເປີດ ເພື່ອເພີ່ມທະວີການຮ່ວມສຳພັນ, ເຊື່ອມຕໍ່ພື້ນຖານໂຄງລ່າງການຄົ້ນຄ້ວາຂອງບັນດາອົງການຈັດຕັ້ງວິທະຍາສາດ ແລະ ເຕັກໂນໂລຢີສູນກາງ ແລະ ຮ່າໂນ້ຍ, ບັນດາກຸ່ມບໍລິສັດ, ວິສາຫະກິດເພື່ອສ້າງສະພາບແວດລ້ອມແຫ່ງການພັດທະນາ ແລະ ທົດລອງບັນດາເຕັກໂນໂລຢີໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ