ປ່ຽນໃຫມ່,ຍົກສູງຄຸນນະພາບຂອງວາລະສານໂຄສະນາສຶກສາ
ຜູ້ແທນເຂົ້າຮ່ວມພິທີສະເຫລີມສະຫລອງ
VGP/Nguyễn Hoàng
|
(vovworld)- ຕອນເຊົ້າວັນທີ 8/4 ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງໄດ້ຈັດຕັ້ງພິທີສະເຫລີມສະຫລອງ 60 ປີແຫ່ງວັນວາລະສານ ຕວຽນຢາວ(ໂຄສະນາສຶກສາ) ອອກສະບັບທຳອິດ ແລະ ຕ້ອນຮັບຫລຽນໄຊແຮງງານຊັ້ນສາມ. ກ່າວຄຳເຫັນນະພິທີ, ທ່ານ ຫວໍວັນເຖືອງ, ຫົວຫນ້າໂຄສະນາສຶກສາສູນກາງ ໄດ້ຍ້ອງຍໍບັນດາຜົນງານຊື່ງພະນັກງານ, ນັກຂ່າວ, ຜູ້ຮ່ວມງານຂອງວາລະສານດັ່ງກ່າວຍາດມາໄດ້ໃນຕະຫລອດ 60 ປີຜ່ານມາ. ທ່ານ ຫວໍວັນເຖືອງ ສະເຫນີ: ວາລະສານ ຕວຽນຢາວ ຄວນປ່ຽນໃຫມ່ຢ່າງແຮງ, ຍົກສູງຄຸນນະພາບເນື້ອໃນ ແລະ ຮູບການຢ່າງບໍ່ຢຸດຢັ້ງ, ປະຕິບັດວຽກງານການກຳນົດທິດຖະແຫລງຂ່າວເປັນຢ່າງດີ.