(vovworld) - ໂຄງການຂໍ້ລິເລີ່ມໜູນຊ່ວຍການເລີ່ມທຸລະກິດການທ່ອງທ່ຽວພາກພື້ນແມ່ນ້ຳຂອງ (MIST) ຫາກໍ່ປະກາດ 2 ລາຍການສູນໜູນຊ່ວຍການທ່ອງທ່ຽວພາກພື້ນແມ່ນ້ຳຂອງ ແມ່ນ “ສູນໜູນຊ່ວຍເລີ່ມທຸລະກິດການທ່ອງທ່ຽວ” ແລະ “ສູນໜູນຊ່ວຍສຳພັດກັບຕະຫຼາດ” ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດປ່ຽນໃໝ່ໃນຂົງເຂດທ່ອງທ່ຽວໃຫ້ເຄື່ອນໄຫວຢ່າງສະດວກ ແລະ ວ່ອງໄວຢູ່ຫວຽດນາມ, ກຳປູເຈຍ, ລາວ ແລະ ມ້ຽນມາ. ລະອຽດແມ່ນ “ສູນໜູນຊ່ວຍເລີ່ມທຸລະກິດການທ່ອງທ່ຽວ” ຮັບເອົາບັນດາແນວຄວາມຄິດດຳເນີນທຸລະກິດໃໝ່ ນັບທັງທາງດ້ານເຕັກໂນໂລຊີການທ່ອງທ່ຽວ ແລະ ຮູບແບບທີ່ເປັນມູນເຊື້ອຂອງບັນດາວິສາຫະກິດເລີ່ມທຸລະກິດໃນໄລຍະທຳອິດ. ຜູ້ຕາງໜ້າກຸ່ມເລີ່ມທຸລະກິດ (startup) ໄດ້ຮັບການຄັດເລືອກເຂົ້າລາຍການ ຈະໄດ້ເຂົ້າຮ່ວມຄ້າຍພັກແລ້ງເພື່ອພັດທະນາບັນດາແຜນການດຳເນີນທຸລະກິດຂອງຕົນ. ໃນຂະນະນັ້ນ, ລາຍການ “ສູນໜູນຊ່ວຍສຳພັດກັບຕະຫຼາດ” ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດບໍລິສັດບໍລິການທ່ອງທ່ຽວສາກົນທີ່ມີຂອບຂະໜາດໃຫຍ່ກວ່າ, ພວມຕ້ອງການການໜູນຊ່ວຍເພື່ອສຳພັດກັບຕິະຫຼາດພາກພື້ນ. ຜູ້ທີ່ມີແຜນການດຳເນີນທຸລະກິດໄດ້ຮັບການຄັດເລືອກຈະເຂົ້າຮ່ວມການລົງຕົວຈິງເຖິງບັນດາຕະຫຼາດຢູ່ພາກພື້ນແມ່ນ້ຳຂອງ ເພື່ອຝຶກອົບຮົມ ແລະ ຊອກຮູ້ຕະຫຼາດ, ພ້ອມທັງໄດ້ແນະນຳເຄືອຂ່າຍສະໜອງການບໍລິການຂອງບັນດາຫົວໜ່ວຍທີ່ກ່ຽວຂ້ອງ.
ບັນດາໂຄງການເຂົ້າຮ່ວມຈະໄດ້ສະເໜີຕໍ່ບັນດານັກລົງທຶນ, ສູນໜູນຊ່ວຍ startup ທົ່ວໂລກ, ການນຳຂະແໜງທ່ອງທ່ຽວຢູ່ເວທີປາໄສການທ່ອງທ່ຽວພາກພື້ນແມ່ນ້ຳຂອງ ໃນເດືອນ 06/2017 ຢູ່ລາວ; ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC Summit) ໃນເດືອນ 11/2017 ຢູ່ຫວຽດນາມ.