ປີ 2011 ຊຶ່ງແມ່ນປີໂດຍທ່ານນາຍົກລັດຖະມົນຕີເລືອກເຟັ້ນວ່າແມ່ນປີແຫ່ງຊາວຫນຸ່ມ. ປີ ຊາວຫນຸ່ມ 2011 ແມ່ນປີ ທີ່ມີການເຄື່ອນໄຫວແທດຈິງຫລາຍຢ່າງ, ປະກອບພະລັງແຮງຂອງຊາວຫນຸ່ມເຂົ້າໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຮັບປະກັນຊີວິດສັງຄົມ. ນັ້ນແມ່ນຄຳຢືນຢັນຂອງທ່ານ ຫງວຽນດັກວີງ ເລຂາທີຫນຶ່ງ ສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມີນ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບບັນດາຜົນງານຂອງປີຊາວຫນຸ່ມ 2011. ທ່ານ ວີງ ໃຫ້ຮູ້ວ່າ: ດ້ວຍການເຄື່ອນໄຫວຢ່າງຟົດຟື້ນຫລາຍ, ກວ້າງຂວາງ, ປີຊາວຫນຸ່ມ ໄດ້ດຶງດູດສະມາຊິກຄະນະຊາວຫນຸ່ມ, ຊາວຫນຸ່ມ, ເຍົາວະຊົນ ນັບລ້ານຄົນເຂົ້າຮ່ວມ. ບັນດາວັນບຸນຂອງໄວຫນຸ່ມ ເພື່ອຄົນທຸກຍາກ, ເພື່ອສິ່ງແວດລ້ອມ, ເພື່ອເຂດທະເລ ແລະ ໝູ່ເກາະ ແລະອື່ນໆ ໄດ້ເສີມຂະຫຍາຍພະລັງແຮງຂອງໄວຫນຸ່ມ, ມີຫົວຄິດປະດິດສ້າງ ເພື່ອວົງຄະນາຍາດ. ຄຽງຂ້າງນັ້ນ, ເລື່ອງລະດົມຊາວຫນຸ່ມເຂົ້າຮ່ວມການພັດທະນາເສດຖະກິດສັງຄົມ, ກໍ່ສ້າງເຂດຊົນນະບົດໃຫມ່, ເຄື່ອນໄຫວເພື່ອການຮັບປະກັນຊີວິດສັງຄົມ ກໍແມ່ນຈຸດເດັ່ນໃນປີຊາວຫນຸ່ມ. ກ່ຽວກັບບັນດາຫນ້າທີ່ຂອງຊາວຫນຸ່ມໃນໄລຍະຈະມາເຖິງ, ທ່ານ ຫງວຽນດັກວີງ ເລຂາທິຫນຶ່ງ ສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມີນ ເນັ້ນຫນັກວ່າ:
“ໃນໄລຍະຈະມາເຖິງ, ຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ຈະສຸມໃສ່ໃຫ້ແກ່ວຽກງານການສຶກສາ ແລະ ນີ້ແມ່ນບັນຫາວາງອອກຕົ້ນຕໍ. ທີສອງ, ຄະນະຊາວຫນຸ່ມເອົາໃຈໃສ່ເຖິງວຽກງານສຶກສາອຸດົມຄະຕິໃຫ້ແກ່ຊາວຫນຸ່ມ. ທີສາມ ການປ່ຽນໃຫມ່ວຽກງານການຈັດຕັ້ງ ເພື່ອໃຫ້ຄະນະຊາວຫນຸ່ມທັດທຽມກັບການພັດທະນາຂອງຊາວຫນຸ່ມແມ່ນຄວາມຈຳເປັນ.“