ປີ 2015:ເປີດເຜີຍ 100% ລະບຽບ ບໍລິຫານຢູ່ອຳນາດ ການປົກຄອງ 4 ຂັ້ນ


ປີ 2015:ເປີດເຜີຍ 100% ລະບຽບ ບໍລິຫານຢູ່ອຳນາດ ການປົກຄອງ 4 ຂັ້ນ - ảnh 1

ທ່ານໂງຫາຍຟານ, ຫົວໜ້າກົມກວດກາລະບຽບການບໍລິຫານ,

ກະຊວງຍຸດຕິທຳກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ

(ພາບ: vov)

(vovworld) –​​​​​​​​​ ປີ 2014, ລັດຖະບານ​ຊີ້ນຳການ​ປະຕິ​ຮູບດ້ານ​ບໍລິຫານ​ໃນ​ບັນດາ​ຂົງ​ເຂດ​ພາສີ, ອາກອນ, ທີ່​ດິນ, ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມຢ່າງ​ຂ້ຽວ​ຂາດ…ຮ່າງ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ​ເຊັນ​ອະນຸມັດ​​ແຜນການຫັນ​ລະບຽບ​ການ​ບໍລິຫານ​ເປັນ​ງາຍ​ດາຍ​ໃນ​ປີ 2015 ສະ​ເໜີ 18 ໝວດ​ກຳນົດ​ລະບຽບ​ການ​ບໍລິຫານຕ້ອງ​ດຳ​ເນີນ​ການ​ກວດກາ, ຫັນ​ເປັນລະອຽດ​ໃນ​ບັນດາ​ຂົງ​ເຂດ​ກ່ຽວຂ້ອງ​ເຖິງ​ສາທາລະນະ​ສຸກ, ການ​ສຶກສາ, ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ….ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ຄຳ​ເຫັນ​ກ່ຽວ​ກັບ​ແຜນການ​ຫັນ​ລະບຽບ​ການ​ບໍລິຫານ​ເປັນ​ງາຍ​ດາຍ​ປີ 2015 ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 5/11, ທ່ານ​ໂງ​ຫາຍ​ຟານ, ຫົວໜ້າ​ກົມ​ກວດກາ​ລະບຽບ​ການ​ບໍລິຫານ, ກະຊວງ​ຍຸດຕິ​ທຳ ​ໃຫ້​ຮູ້​ວ່າ:

  “ປີ 2015 ຕ້ອງ​ສຸມ​ໃສ່​ບັນດາ​ບັນຫາ​ຊີວິດ​ສັງຄົມ, ກະສິກຳ, ຊົນນະບົດ. ຫວຽດນາມ ມີ​ພົນລະ​ເມືອງເກືອບ 70 ລ້ານ​ຄົນ​ເຮັດ​ວຽກ​ງານ​ກະສິກຳ, ການ​ປະຕິ​ຮູບ​ຂອງ​ຫວຽດນາມ ຈະກະທົບ​ເຖິງ​ຜູ້​ໄດ້​ຊົມ​ໃຊ້​ເປັນຈຳນວນ​ຫຼາຍ. ທີ່​ສອງ​ແມ່ນ​ເຮັດ​ແນວ​ໃດ​ໃຫ້​ບັນດາ​ລະບຽບ​ການ​ກ່ຽວຂ້ອງ​ເຖິງ​ຂະ​ແໜງ​ສາທາລະນະ​ສຸກ, ​ໂດຍ​ສະ​ເພາະ​ແມ່ນ​ການ​ກວດ, ປິ່ນປົວ​ພະຍາດ​ໃຫ້​ແກ່ ປຊຊ ຕ້ອງ​ຫລຸດຜ່ອນ​ລົງ. ອາດ​ຈະ​ເຫັນ​ໄດ້​ວ່າ, ​ເປົ້າໝາຍ​ກະທົບ​ຂອງ 180 ໝວດ​ລະບຽບ​ການ​ບໍລິຫານ​ແມ່ນ​ໃຫ່ຍຫຼວງ​ທີ່​ສຸດ. ຖ້າ​ຫາກ​ປະຕິບັດ​ໄດ້, ການ​ປະຕິ​ຮູບ​ຈະ​ມີ​ການ​ປ່ຽນ​ແປງ​ອັນຕັ້ງໜ້າ“./.

 

ຂ່າວ/ບົດ​ອື່ນ