ປີ 2015 ຈະແມ່ນປີຂີດໝາຍໃນການພົວພັນຫວຽດນາມ-ອາເມລິກາ
ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຝ້າມກວາງວິງ |
(vovworld)- ວັນທີ 3/1, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຝ້າມກວາງວິງ ໄດ້ໃຫ້ສຳພາດບັນດາສຳນັກຂ່າວສານ, ອົງການສື່ມວນຊົນຫວຽດນາມກ່ຽວກັບການພົວພັນຫວຽດນາມ-ອາເມລິກາໃນໄລຍະທີ່ຜ່ານມາ ແລະ ບັນດາບຸລິມະສິດໃນ ການພົວພັນຫວຽດນາມ-ອາເມລິກາໃນປີ 2015 .
ກ່ຽວກັບໝາກຜົນທີ່ພົ້ນເດັ່ນ ຊຶ່ງບັນລຸໄດ້ໃນ ການພົວພັນຫວຽດນາມ-ອາເມລິກາໄລຍະທີ່ຜ່ານມາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາເມລິກາ ຝ້າມກວາງວິງຖືວ່າ ການພົວພັນຄູ່ຮ່ວມມືຮອບດ້ານໄດ້ຮັບການສ້າງຂຶ້ນໃນການຢ້ຽມຢາມ ອາເມລິກາ ເມື່ອເດືອນ 7/2013 ຂອງທ່ານປະທານປະເທດຫວຽດນາມເຈືອງເຕີ້ນຊາງ ຊຶ່ງແມ່ນຂອບເຂດທີ່ສຳຄັນ, ກຳນົດທິດແກ່ການພົວພັນຫວຽດນາມ-ອາເມລິກາ. ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຝ້າມກວາງວິງ ຊີ້ແຈ້ງວ່າ ການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມ-ອາເມລິກາສືບຕໍ່ແມ່ນຈຸດທີ່ສະຫວ່າງສະໄຫວ. ອາເມລິກາສືບຕໍ່ແມ່ນຄູ່ຮ່ວມມືທາງດ້ານເສດຖະກິດ ແລະ ຕະຫຼາດສົ່ງອອກອັນດັບໜຶ່ງຂອງຫວຽດນາມ. ພິເສດຍອດວົງເງິນການຄ້າລະຫວ່າງ 2 ປະເທດໃນປີ 2014 ຄາດວ່າບັນລຸປະມານ 36 ຕື້ USD, ໃນນັ້ນມູນຄ່າການສົ່ງອອກຂອງຫວຽດນາມໄປຍັງອາເມລິກາບັນລຸກວ່າ 28 ຕຶ້ USD ເພີ່ມຂຶ້ນ 19%ເມື່ອທຽບໃສ່ກ່ອນນັ້ນ. ອາເມລິກາກໍແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບ 7 ເຂົ້າຫວຽດນາມ ດ້ວຍປະມານ 700 ໂຄງການ ທີ່ມີຍອດເງິນລົງທຶນເກືອບ 10,7 ຕື້ USD. ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຝ້າມກວາງວິງ ໃຫ້ຮູ້ວ່າ ການຮ່ວມມືທາງດ້ານການສຶກສາ ແລະ ແລກປ່ຽນປະຊາຊົນສືບຕໍ່ໄດ້ຮັບການເປີດກ້ວາງ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການຊຸກຍູ້ບົນພື້ນຖານຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ.