ເຂົ້າສານຍັງແມ່ນຜະລິດຕະພັນກະເສດຕົ້ນຕໍ່ຂອງຫວຽດນາມ
(ພາບປະກອບ)
|
(vovworld) – ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ປີນີ້ຈະມີສັນຍາການຄ້າເສລີ ຫຼາຍສະບັບໄດ້ຮັບການລົງນາມ, ມີຜົນສັກສິດ ທັງແມ່ນກາລະໂອກາດ ກໍ່ຄືແມ່ນສິ່ງທ້າທາຍຂອງ ຜະລິດຕະພັນກະເສດຫຼາຍປະເພດ. ເພື່ອບັນລຸຄາດໝາຍສົ່ງອອກໃນປີນີ້ບັນລຸ 32 ຕື້ USD, ທົ່ວຂະແໜງຈະສຸມໃສ່ຍູ້ແຮງການສ້າງພື້ນຖານກະສິກຳມີມູນຄ່າເພີ່ມສູງ, ມີປະສິດທິຜົນ ແລະ ພັດທະນາແບບຍືນຍົງບົນພື້ນຖານປະຕິບັດການສ້າງໂຄງປະກອບຂະແໜງຄືນໃໝ່ ຕິດພັນກັບການພັດທະນາຊົນນະບົດໃໝ່ໃຫ້ດີກ່ວາອີກ. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກາວດຶກຟາດ, ເນັ້ນໜັກວ່າ:
“ມາດຕະການສຳຄັນທີ່ສຸດແມ່ນສືບຕໍ່ຮັກສາການເຕີບໂຕຂອງຂະແໜງກະສິກຳໃນປີ 2015 ແລະ ຊຸມປີຕໍ່ໄປແມ່ນປະຕິບັດຮອບດ້ານ ແລະ ເລິກເຊິ່ງກ່ຽວກັບແຜນນະໂຍບາຍກ່ຽວກັບການສ້າງໂຄງປະກອບຂະແໜງຄືນໃໝ່. ສຸມໃສ່ມານະພະຍາຍາມເຂົ້າບັນດາຜະລິດຕະພັນກະເສດມີຕະຫຼາດຈຳໜ່າຍ ແລະ ມີທ່າແຮງຂອງ ຫວຽດນາມ. ພ້ອມທັງ ການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ຕ້ອງຕິດພັນກັບການກໍ່ສ້າງຊົນນະບົດໃໝ່.”