ປີ2016ແມ່ນປີ“ວັດທະນະທຳລັດເຊຍຢູ່ອາຊຽນ”ແລະ“ວັດທະນະທຳອາຊຽນຢູ່ລັດເຊຍ”

ປີ2016ແມ່ນປີ“ວັດທະນະທຳລັດເຊຍຢູ່ອາຊຽນ”ແລະ“ວັດທະນະທຳອາຊຽນຢູ່ລັດເຊຍ” - ảnh 1
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ
- ລັດ​ເຊຍ ຢູ່ ມຽນ​ມາ​ປີ 2014
(ພາບ: economictimes.indiatimes.com)

(vovworld) – ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊີ ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ແລະ ລັດ​ເຊຍ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເລື​ອກ​ເຟັ້ນ​ປີ 2016 ແມ່ນ​ປີ “ວັດ​ທະ​ນະ​ທຳ ລັດ​ເຊຍ ຢູ່ ອາ​ຊ​ຽ​ນ” ແລະ “ວັດ​ທະ​ນະ​ທຳ ອາ​ຊຽນ ຢູ່ ລັດ​ເຊຍ”. ຂໍ້​ຕົກ​ລົງ​ນ​ີ້​ບັນ​ລຸ​ໄດ້​​ໃນກອງ​ປະ​ຊຸມ​ຄັ້ງ​ທີ 13 ຂອງ​ຄະ​ນະ​ກ​ຳ​ມະ​ການ​ຮ່ວມ​ມື​ລວມ ອາ​ຊຽນ - ລັດ​ເ​ຊຍ (ARJCC), ​ເຊິ່ງ​ຈັດ​ຕັ້ງ​ໃນ​ອາ​ທິດ​ຜ່ານ​ມາ​ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ ອາ​ຊຽນ ທີ່​ນະ​ຄອນຫຼວງ ຈາ​ກາກ​ຕາ, ປະ​ເທດ ອິ​ນ​ໂດ​ເນ​ເຊຍ. ທີ່ກອງ​ປະ​ຊຸມນີ້, ອາ​ຊຽນ ແລະ ລັດ​ເຊຍ ໄດ້​ປຶກ​ສາ​ຫາ​ລື​ເລື່ອງ​ປະ​ຕິ​ບັດ​ໂຄງ​ການ​ເຄື່ອນ​ໄຫວ​ຮອບ​ດ້ານ (CPA) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໄລ​ຍະ 2005 – 2015 - ​ເຊິ່ງ​ຈະ​ໝົດ​ຜົນ​ສັກ​ສິດ​ໃນ​ທ້າຍ​ປີນີ້, ມຸ່ງ​ໄປ​ເຖິງ​ການ​ປັບ​ປຸງ​ເອ​ກະ​ສານ ອາ​ຊຽນ - ລັດ​ເຊຍ ສະ​ບັບ​ໃໝ່, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດກ່​ວາ​ອີກ. 2 ຝ່າຍ​ປຶກ​ສາ​ຫາ​ລື​ທິດ​ທາງ​ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ຄື: ການ​ເມືອງ - ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ວັດ​ທ​ະ​ນະ​ທຳ - ສ​ັງ​ຄົ​ມ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລຢ​ີ ແລະ ການ​ເຊື່ອມ​ຕໍ່, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນ​ຖື​ວ່າ: 2 ຝ່າຍ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ຢ່າງ​ໃຫຍ່ຫຼວງ​ກ່​ວາ. 2 ຝ່າຍ​ຮັບ​ຮູ້​ບັນ​ດາ​ຄວາມ​ຄືບ​ໜ້າ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ ແລະ ບັນ​ດາ​ຜົນ​ງານ​ເຊີ່ງ ອາ​ຊ​ຽນ - ລັດ​ເຊຍ ບັນ​ລຸ​ໄດ້​ເພື່ອ​ແນ​ໃສ່​ກະ​ກຽມ​ໃຫ້​ພິ​ທີ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວ​ັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ - ລັດ​ເຊຍ ໃນ​ປີ 2016.


ຂ່າວ/ບົດ​ອື່ນ