ຜູ້ຕາງໜ້າ ອີຣານ ແລະ ອີຢູ ປຶກສາຫາລືກ່ຽວກັບຄວາມອາດສາມາດເຊື່ອມຕໍ່ການເຈລະຈາດ້ານນິວເຄຼຍຄືນໃໝ່

(VOVWORLD) -ການພົບປະດຳເນີນຢູ່ ບຣຸກແຊນ, ປະເທດ ແບນຊິກ, ຈະສືບຕໍ່ປຶກສາຫາລືກ່ຽວກັບບັນດາການເຈລະຈານິວເຄຼຍລະຫວ່າງ ອີຣານ ແລະ ບັນດາປະເທດ P5+1
ຜູ້ຕາງໜ້າ ອີຣານ ແລະ ອີຢູ ປຶກສາຫາລືກ່ຽວກັບຄວາມອາດສາມາດເຊື່ອມຕໍ່ການເຈລະຈາດ້ານນິວເຄຼຍຄືນໃໝ່ - ảnh 1 ທ່ານຫົວໜ້າຄະນະເຈລະຈານິວເຄຼຍຂອງ ອີຣານ Ali Bagheri Kani ຢັ້ງຢືນວ່າ, ວັນທີ 27 ຕຸລາ ຈະດຳເນີນການພົບປະຄັ້ງທີ 2
(ພາບປະກອບ: AFP/TTXVN)

ວັນທີ 25 ຕຸລາ, ທ່ານຫົວໜ້າຄະນະເຈລະຈານິວເຄຼຍຂອງ ອີຣານ Ali Bagheri Kani ຢັ້ງຢືນວ່າ, ວັນທີ 27 ຕຸລາ ຈະດຳເນີນການພົບປະຄັ້ງທີ 2 ໃນເດືອນນີ້ ກັບທ່ານ Enrique Mora, ຜູ້ປະສານງານຂອງສະຫະພາບເອີລົບ (ອີຢູ), ເພື່ອແນໃສ່ຟື້ນຟູຂໍ້ຕົກລົງເຊິ່ງໄດ້ລົງນາມເມື່ອປີ 2015. ການພົບປະດຳເນີນຢູ່ ບຣຸກແຊນ, ປະເທດ ແບນຊິກ, ຈະສືບຕໍ່ປຶກສາຫາລືກ່ຽວກັບບັນດາການເຈລະຈານິວເຄຼຍລະຫວ່າງ ອີຣານ ແລະ ບັນດາປະເທດ P5+1 (ລວມມີ: ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ).

        ໃນວັນດຽວກັນ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Robert Malley, ທູດພິເສດ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ພວມນັບມື້ນັບມີຄວາມວິຕົກກັງວົນວ່າ ອີຣານ ຈະສືບຕໍ່ໂຈະການເຊື່ອມຕໍ່ການເຈລະຈາ ພ້ອມທັງກ່າວເຕືອນວ່າ ອາເມລິກາ ມີບັນດາເຄື່ອງມືອື່ນເພື່ອສະກັດກັ້ນ ອີຣານ ກຳມະສິດອາວຸດນິວເຄຼຍ ແລະ ຈະນຳໃຊ້ຖ້າມີຄວາມຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ