ຕົວການ zaur Dadayev
(ພາບ: scoopnest)
|
(vovworld) - ວັນທີ 8/3, ເປົ້າໝາຍ 5 ຄົນທີ່ຖືກສົງໄສກ່ຽວຂ້ອງເຖິງ ກໍລະນີເຂັ່ນຂ້າອະດີດຮອງນາຍົກລັດຖະມົນຕີລັດເຊຍ Boris Nemtsov ໄດ້ອອກສະເໜີຕົວຢູ່ສານທີ່ນະຄອນຫຼວງມົດສກູ. ຜູ້ພິພາກສາ Natalya Mushniko ໃຫ້ຮູ້ວ່າ. ຜູ້ຖືກສົງໄສສອງຄົນແມ່ນ zaur Dadayev ແລະ Anzor Gubashev ລ້ວນແຕ່ຖືກຜູກໂທດຂ້າຄົນ. zaur Dadayev ໄດ້ລົງນາມໃນໃບຮັບສາລະພາບໂທດກຳ ໂດຍຢືນຢັນໄດ້ມີການກະທຳກ່ຽວຂ້ອງເຖິງ ກໍລະນີເຂັ່ນຂ້າທ່ານ Boris Nemtsov ເມື່ອຕອນຄຳ່ວັນທີ 27/2 ຜ່ານມາ. ໃນຂະນະນັ້ນ Anzor Gubashev ພັດປະຕິເສດການກະທຳທັງໝົດທີ່ກ່ຽວຂ້ອງເຖິງກໍລະນີເຂັ່ນຂ້າທ່ານ Boris Nemtsov . zaur Dadayev ເຄີຍແມ່ນຮອງຜູ້ບັນຊາການໃນກຳລັງຕຳຫຼວດ ສ Chechnya (ຂຶ້ນກັບສະຫະພັນລັດເຊຍ) ສ່ວນ Anzor Gubashev ລ້ວນແຕ່ເຮັດວຽກໃນບໍລິສັດປ້ອງກັນຄວາມສະຫງົບເອກະຊົນຢູ່ມົດສະກູ. ເປົ້າໝາຍທັງສອງນີ້ຖືກຈັບຕົວໃນວັນທີ 7/2 ຢູ່ ສ. Ingushetia.