ຜັນຂະຫຍາຍປະສິດທິຜົນການເຄື່ອນໄຫວຂອງລັດຖະບານກ່ຽວກັບຍຸດທະສາດຖະແຫຼງຂ່າວຕໍ່ຕ່າງປະເທດ

(VOVWORLD) - ຕິດພັນກັບບັນດາເຫດການການເມືອງ ວັດທະນະທຳສຳຄັນຂອງປະເທດຊາດ. ພ້ອມກັນນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສົມທົບຢ່າງແໜ້ນແຟ້ນແກ້ໄຂບັນດາບັນຫາເກີດຂຶ້ນໃໝ່, ສະດຸງໄວຢ່າງທັນການ
 
ຜັນຂະຫຍາຍປະສິດທິຜົນການເຄື່ອນໄຫວຂອງລັດຖະບານກ່ຽວກັບຍຸດທະສາດຖະແຫຼງຂ່າວຕໍ່ຕ່າງປະເທດ - ảnh 1ທ່ານ ດ່ວານກົງຮິງ -ຫົວໜ້າກົມຖະແຫຼງຂ່າວຕໍ່ຕ່າງປະເທດ ກ່າວຄຳເຫັນໄຂກອງປະຊຸມ    

ວັນທີ 21 ທັນວາ, ຢູ່ນະຄອນຫຼວງ ດ່ານັ້ງ, ໄດ້ຈັດຕັ້ງກອງປະຊຸມສະຫລຸບໄລຍະ 2013 – 2017, ເສີມຂະຫຍາຍໂຄງການເຄື່ອນໄຫວຂອງລັດຖະບານປະຕິບັດຍຸດທະສາດຖະແຫຼງຂ່າວຕໍ່ຕ່າງປະເທດໄລຍະ 2018 – 2020. ຕາມນັ້ນແລ້ວ, ໄລຍະ 2018 – 2020, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສືບຕໍ່ເສີມຂະຫຍາຍບັນດາຜົນງານໃນວຽກງານຖະແຫຼງຂ່າວຕໍ່ຕ່າງປະເທດທີ່ບັນລຸໄດ້, ພ້ອມທັງເສີມຂະຫຍາຍບັນດາການເຄື່ອນໄຫວ ຖະແຫຼງຂ່າວຕໍ່ຕ່າງປະເທດຕິດພັນກັບບັນດາວັນບຸນໃຫຍ່, ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຂອງ ຫວຽດນາມ ກັບປະເທດຕ່າງໆ; ຕິດພັນກັບບັນດາເຫດການການເມືອງ ວັດທະນະທຳສຳຄັນຂອງປະເທດຊາດ. ພ້ອມກັນນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສົມທົບຢ່າງແໜ້ນແຟ້ນແກ້ໄຂບັນດາບັນຫາເກີດຂຶ້ນໃໝ່, ສະດຸງໄວຢ່າງທັນການ, ສ້າງຄວາມເຫັນດີເຫັນພ້ອມຢູ່ພາຍໃນປະເທດ, ຍາດແຍ່ງການສະໜັບສະໜູນຈາກສາກົນ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເພື່ອປະຕິບັດສຳເລັດບັນດາໜ້າທີ່ ຖະແຫຼງຂ່າວຕໍ່ຕ່າງປະເທດໃນໄລຍະຈະມາເຖິງ, ບັນລຸໄດ້ເປົ້າໝາຍໂຄງການດຳເນີນງານທີ່ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ